Tuesday, April 29, 2025
Homeຂ່າວຕ່າງປະເທດມາເລເຊຍ -ອັງກິດ ລົງນາມຂໍ້ຕົກລົງ ດ້ານການຜະລິດຊິບ

ມາເລເຊຍ -ອັງກິດ ລົງນາມຂໍ້ຕົກລົງ ດ້ານການຜະລິດຊິບ

ສຳນັກຂ່າວເອເອຟພີ ລາຍງານຈາກນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ເມື່ອວັນທີ 6 ມີນາ ຜ່ານມາ, ມາເລເຊຍ ໄດ້ລົງນາມຂໍ້ຕົກລົງກັບບໍລິສັດອາມໂຣລດິງ (Arm Holdings Company) ຂະໜາດໃຫຍ່ດ້ານການຜະລິດຊິບ ຂອງອັງກິດ ເພື່ອສະໜັບສະໜູນຄວາມພະຍາຍາມຂອງປະເທດ ໃນການຜະລິດເຊມິຄອນດັກເຕີຣ ລະດັບໄຣເອນ ທ່າມກາງສົງຄາມ ການຄ້າ ເຕັກໂນໂລຊີ ລະຫວ່າງ ສ.ອາເມລິກາ ກັບ ສປຈີນ.

ໂດຍມາເລເຊຍ ເປັນຜູ້ນຳຫລັກໃນພາກສ່ວນຊິບທີ່ສຳຄັນ, ການປະກອບ ແລະ ການທົດລອງເປັນສ່ວນໃຫຍ່ ຊຶ່ງເປັນ ຕະຫລາດທົ່ວໄປ. ຂໍ້ຕົກລົງດັ່ງກ່າວຈະເຮັດໃຫ້ບໍລິສັດນີ້ຕ້ອງຈັດຫາການອອກແບບຊິບ ແລະ ເຕັກໂນໂລຊີອື່ນໆ ເພື່ອຊ່ວຍໃຫ້ ມາເລເຊຍ ກ້າວໄປສູ່ການຜະລິດ ທີ່ມີມູນຄ່າເພີ່ມຂຶ້ນ ເຊັ່ນ: ການຜະລິດແຜ່ນເວເຟີຣ ແລະ ການອອກແບບວົງຈອນລວມ , ໂດຍມາເລເຊຍ ຈະຈ່າຍເງິນ 250 ລ້ານໂດລາສະຫະລັດ ໃນໄລຍະເວລາ 10 ປີ ເພື່ອຮັບປະກັນການສະໜັບສະໜູນຈາກບໍລິສັດນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments