ວິທະຍຸກະຈາຍສຽງຫວຽດນາມ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດການຝຶກຊ້ອມຮ່ວມຄັ້ງທຳອິດບັນດາກຳລັງເຂົ້າຮ່ວມການເດີນຂະບວນສວນສະໜາມ ໃນພິທີສະເຫລີມສະຫລອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025) ຕາມຮູບແບບທາງໄກ ໂດຍໄດ້ເຊື່ອມຕໍ່ກັບ 4 ກຸ່ມຂອງບັນດາເຂດທະຫານໃນທົ່ວປະເທດ. ສຳລັບລາຍການເດີນຂະບວນສວນສະໜາມໃນພິທີສະເຫລີມສະຫລອງ ແມ່ນເພື່ອແນໃສ່ວາດພາບຄືນບັນຍາກາດອັນສະຫງ່າອົງອາດຂອງການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີ 1975, ເຊິ່ງສຸດຍອດແມ່ນບັ້ນຮົບໂຮ່ຈີມິນ ຍາດໄດ້ໄຊຊະນະຢ່າງສົມບູນ ໃນວັນທີ 30 ເມສາ 1975; ອັນໄດ້ສະແດງພະລັງຈິດໃຈ, ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ມູນເຊື້ອຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງກຸ້ມຕົນເອງ, ການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດປະຕິວັດ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ