ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ໃນໄລຍະກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມ ສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຫລືກອງປະຊຸມສອງ ສະພາຂອງຈີນ ປະຈຳປີ 2024, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ໄດ້ເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນຕ່າງໆທັງໝົດ 3 ເທື່ອ, ແຕ່ລະເທື່ອຕ່າງກໍໄດ້ເວົ້າເຖິງສິ່ງສຳຄັນໜຶ່ງຄື: ການພັດທະນາກຳລັງ ການຜະລິດໃນຄຸນນະພາບໃໝ່.
ຈຸດພິເສດຂອງກຳລັງການຜະລິດໃນຄຸນນະພາບໃໝ່ ແມ່ນການປະດິດ ສ້າງ, ຂໍກຸນແຈສຳຄັນແມ່ນຄຸນນະພາບດີ, ທາດແທ້ແມ່ນກຳລັງການຜະລິດ ທັນສະໄໝ, ໃນນີ້ ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີແມ່ນມີ ບົດບາດນຳພາ, ເປັນປັດໄຈແກນກາງແຫ່ງການພັດທະນາກຳລັງການ ຜະລິດໃນຄຸນນະພາບໃໝ່.
ສະນັ້ນ ຄວນພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ຄືແນວໃດ?
ຕໍ່ກັບເລື່ອງນີ້, ໃນເວລາເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນ ແຂວງຈ່ຽງຊູ ທີ່ເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ໃນວັນທີ 5ມີນາ 2024, ທ່ານ ສີຈິ້ນຜິງ ໄດ້ແນະນຳວິທີການຄື “ສ້າງອັນໃໝ່ຂຶ້ນກ່ອນແລ້ວຈຶ່ງຍົກເລີກອັນເກົ່າ, ອີງໃສ່ສະພາບຕົວຈິງ ຂອງແຕ່ລະທ້ອງຖິ່ນ, ຊີ້ນຳຕາມແຕ່ລະປະເພດ” ເຊິ່ງວິທີການນີ້ແມ່ນ ມີແນວຄິດຕາມຫລັກການສັດຈະວິພາກ.
ລອງຄິດເບິ່ງວ່າ ຖ້າຫາກພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ ໂດຍບໍ່ສົນໃຈທ່າແຮງ ແລະ ເງື່ອນໄຂຕົວຈິງຂອງຕົນ, ບໍ່ວ່າໂຄງການໃດ ກໍຮັບເອົາມາເຮັດໝົດ ຈົນກະທັ້ງເບິ່ງຂ້າມ ແລະ ປະຖິ້ມອຸດສາຫະກຳ ດັ້ງເດີມ, ປະຖິ້ມທ່າແຮງທີ່ດຳລົງຄົງຕົວຂອງຕົນໄປ, ຜົນສຸດທ້າຍກໍເກີດ ປາກົດການທີ່ແຫ່ກັນໄປເຮັດ ແລະ ກາຍເປັນເສດຖະກິດແບບຟອງສະບູ, ເຊິ່ງຈະພາໃຫ້ເກີດການແຂ່ງຂັນພຽງຄຸນນະພາບດຽວ, ການກໍ່ສ້າງແບບ ຊ້ຳຊ້ອນ ແລະ ໃນທີ່ສຸດກໍກາຍເປັນການຮຽນແບບດຽວກັນທັງໝົດ.
ປະຊາຊົນຈີນ ມັກເວົ້າຄຳວ່າ: ລູກກະແຈດວງໜຶ່ງຈະໄຂກະແຈໄດ້ໜ່ວຍ ໜຶ່ງ, ເວົ້າລວມແລ້ວແມ່ນຕ້ອງເລີ່ມຈາກສະພາບຕົວຈິງ, ອີງຕາມທ່າແຮງ ດ້ານຊັບພະຍາກອນ, ພື້ນຖານອຸດສາຫະກຳ, ເງື່ອນໄຂດ້ານການຄົ້ນຄວ້າ ວິທະຍາສາດ ແລະ ອື່ນໆຂອງທ້ອງຖິ່ນຕົນ, ຊຸກຍູ້ການພັດທະນາ ອຸດສາຫະກຳໃໝ່, ຮູບແບບທຸລະກິດໃໝ່ ແລະ ພະລັງແຮງຂັບເຄື່ອນ ໃໝ່ຢ່າງມີການເລືອກເຟັ້ນ, ຕ້ອງຮູ້ວ່າຈະເຮັດອັນໃດ ແລະ ຈະບໍ່ເຮັດອັນໃດ.
ການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ແມ່ນມີຂໍ້ຫຍຸ້ງຍາກ ດ້ານໃດແດ່?
ວັນທີ 6 ມີນາ 2024, ທ່ານ ສີຈິ້ນຜິງ ໄດ້ຮ່ວມກັນປຶກສາຫາລືກັບບັນດາ ສະມາຊິກສະພາ ຈາກວົງການຕ່າງໆໃນກອງປະຊຸມສະພາປຶກສາການເມືອງ ປະຊາຊົນແຫ່ງຊາດຈີນ ໂດຍສຸມໃສ່ຫົວຂໍ້ກຳລັງການຜະລິດໃນຄຸນນະພາບໃໝ່.
ທ່ານ ຈ້າວຢວີລ້ຽງ ສະມາຊິກສະພາ ທີ່ມາຈາກວົງການວິທະຍາສາດ ເຕັກໂນໂລຊີ ໄດ້ປະກອບຄຳເຫັນໂດຍຕິດພັນກັບປະສົບການເຮັດວຽກ ຂອງຕົນວ່າ: “ສິດທິບັດການປະດິດສ້າງ ແລະ ບົດວິທະຍານິພົນການ ຄົ້ນຄວ້າວິທະຍາສາດຂອງຈີນ ມີຈຳນວນຫລວງຫລາຍ ແຕ່ການຫັນ ຜົນງານເຫລົ່ານີ້ໃຫ້ເປັນອຸດສາຫະກຳຍັງມີໜ້ອຍ. ສະນັ້ນ, ການຫັນສິດ ທິບັດໃຫ້ເປັນການຜະລິດສິນຄ້າຕົວຈິງ ຂອງວິສາຫະກິດຈີນ ຍັງມີຊ່ອງທາງກວ້າງຂວາງສົມຄວນ. ແຕ່ວ່າຕ່ອງໂສ້ການປະດິດສ້າງແມ່ນ ຍາກທີ່ຈະເຊື່ອມໂຍງເຂົ້າກັບຕ່ອງໂສ້ອຸດສາຫະກຳ ເຊິ່ງເປັນຂໍ້ຫຍຸ້ງຍາກທີ່ ກີດຂວາງການສ້າງກຳລັງການຜະລິດໃນຄຸນນະພາບໃໝ່”.
ຕໍ່ກັບເລື່ອງນີ້, ທ່ານ ສີຈິ້ນຜິງ ກ່າວວ່າ: “ແຕ່ກ່ອນ ການຄົ້ນຄວ້າກັບ ການຜະລິດແມ່ນຖືກແຍກອອກຈາກກັນ, ແຕ່ວ່າ ປັດຈຸບັນ ອັດຕາການ ຫັນຜົນງານດ້ານການຄົ້ນຄວ້າວິທະຍາສາດ ໃຫ້ເປັນອຸດສາຫະກຳແມ່ນ ສູງກວ່າແຕ່ກ່ອນຫລາຍແລ້ວ ໂດຍສະເພາະແມ່ນວິສາຫະກິດໄດ້ທຳການ ຄົ້ນຄວ້າພັດທະນາເອງ ແລ້ວຫັນຜົນງານດ້ານການຄົ້ນຄວ້າພັດທະນາ ໃຫ້ເປັນຜະລິດຕະພັນຕົວຈິງໂດຍກົງ, ສະຖາບັນການສຶກສາຊັ້ນສູງ ແລະ ວິສາຫະກິດໄດ້ສ້າງກົນໄກການຮ່ວມມື, ທ່າອ່ຽງ ແລະ ທິດທາງແບບນີ້ແມ່ນ ຖືກຕ້ອງແລ້ວ, ຕ້ອງເລັ່ງສ້າງນະໂຍບາຍກະຕຸ້ນ ແລະ ຊຸກຍູ້ສົ່ງເສີມ ວຽກງານດ້ານນີ້ໃຫ້ດີຂຶ້ນຕື່ມອີກ”.
ການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ ແມ່ນໄດ້ຮັບ ຄວາມສົນໃຈຢູ່ໃນຫລາຍຂົງເຂດຂອງຈີນ ເຊັ່ນດຽວກັນ.
ວັນທີ 7 ມີນາ 2024, ໃນເວລາເຂົ້າຮ່ວມກອງປະຊຸມຄົບຄະນະຜູ້ແທນ ກອງທັບປົດປ່ອຍປະຊາຊົນຈີນ ແລະ ກອງກຳລັງທະຫານ ຕຳຫລວດຈີນ ໃນກອງປະຊຸມສອງສະພາ, ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກໃຫ້ກຳແໜ້ນ ກົດເກນ ແລະ ຈຸດພິເສດຂອງການພັດທະນາຂົງເຂດຈະເລີນໃໝ່, ຊຸກຍູ້ໃຫ້ກຳລັງການຜະລິດໃນຄຸນນະພາບໃໝ່ ເຊື່ອມໂຍງກັບກຳລັງ ສູ້ຮົບໃນຄຸນນະພາບໃໝ່ຢ່າງມີປະສິດທິພາບສູງ ແລະ ຊ່ວຍຊູຍູ້ໜູນ ເຊິ່ງກັນແລະກັນ. ເພິ່ນຊີ້ໃຫ້ເຫັນວ່າ: ການພັດທະນາຂົງເຂດຈະເລີນ ໃໝ່ເວົ້າໃນດ້ານພື້ນຖານແລ້ວ ແມ່ນກຳເນີດຈາກການປະດິດສ້າງ ແລະການປະຍຸກວິທະຍາສາດເຕັກໂນໂລຊີ.
ທິດສະດີແມ່ນກຳເນີດມາຈາກພຶດຕິກຳຕົວຈິງ ແລະ ໄດ້ຊີ້ນຳພຶດຕິກຳ ຕົວຈິງ. ທ່ານ ສີຈິ້ນຜິງ ໄດ້ກ່າວໃນກອງປະຊຸມສອງສະພາ ປະຈຳປີ 2024 ວ່າ: “ຕ້ອງກຳແໜ້ນທຸກກາລະໂອກາດທີ່ເອື້ອອຳນວຍ, ນຳໃຊ້ເງື່ອນໄຂ ທີ່ເອື້ອອຳນວຍທຸກຢ່າງ, ເມື່ອມີເປົ້າໝາຍຄັກແນ່ແລ້ວກໍເລັ່ງລົງມືເຮັດ, ປຸກລະດົມຄວາມຫ້າວຫັນໃນທຸກດ້ານມາສຸມໃສ່ເຮັດຮ່ວມກັນ”.