Wednesday, March 12, 2025
Homeຂ່າວໜ້າໜຶ່ງກະຊວງການຕ່າງປະເທດ ລາວ ແລະ ສປປ ເກົາຫລີຮັດແໜ້ນການຮ່ວມມືສອງຝ່າຍ

ກະຊວງການຕ່າງປະເທດ ລາວ ແລະ ສປປ ເກົາຫລີຮັດແໜ້ນການຮ່ວມມືສອງຝ່າຍ

ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງການຕ່າງປະເທດ ລາວ ແລະ ສປປ ເກົາຫລີ ຈັດຂຶ້ນໃນວັນທີ 2 ມີນາ 2025 ຜ່ານມາ ທີ່ນະຄອນຫລວງພຽງຢາງ, ສປປ ເກົາຫລີ ໂດຍມີ ສະຫາຍ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ປັກ ຊັງ ກິລ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ ພ້ອມດ້ວຍຄະນະ.

ໃນໂອກາດນີ້, ສະຫາຍ ປາກ ຊັງ ກິລ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ ສະຫາຍ ພົງສະຫວັນ ສີສຸລາດ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ເກົາຫລີ ໃນລະຫວ່າງວັນທີ 1-4 ມີນາ 2025 ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື້ອໝັ້ນວ່າ ການຢ້ຽມຢາມ ຂອງ ສະຫາຍ ພົງສະຫວັນ ສີສຸລາດ ໃນຄັ້ງນີ້ ຈະເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຊຸກຍູ້ສົ່ງເສີມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ ແລະ ສປປ ເກົາຫລີ ໃຫ້ສືບຕໍ່ພັດທະນາຂຶ້ນສູ່ບາດກ້າວໃໝ່ ໂດຍສະເພາະ ເພື່ອເປັນການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ຄົບຮອບ 50 ປີ ໃນປີ 2024 ທີ່ຜ່ານມາ ແລະ ພິເສດ ໃນປີ 2025 ນີ້ ກໍເປັນປີຄົບຮອບ 60 ປີ ແຫ່ງການພົບປະສຸດຍອດຄັ້ງທໍາອິດ ທີ່ນະຄອນຫລວງພຽງຢາງ ຂອງ ສະຫາຍ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ສະຫາຍ ປະທານ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫລີ.

ໂອກາດດຽວກັນ, ສະຫາຍ ພົງສະຫວັນ ສີສຸລາດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ສະຫາຍ ປາກ ຊັງ ກິລ ແລະ ພາກສ່ວນກ່ຽວຂ້ອງຂອງ ສປປ ເກົາຫລີ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ອໍານວຍຄວາມສະດວກທຸກປະການ ໃຫ້ແກ່ຄະນະໃນຄັ້ງນີ້.

ໃນການພົບປະສອງຝ່າຍ ຄັ້ງນີ້, ໄດ້ທົບທວນ ແລະ ຕີລາຄາຄືນ ກ່ຽວກັບການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ພ້ອມທັງໄດ້ກຳນົດ ແລະ ເອກະພາບກັນ ກ່ຽວກັບທິດທາງການພົວພັນຮ່ວມມື ລະຫວ່າງສອງກະຊວງໃນຕໍ່ໜ້າ. ພ້ອມກັນນີ້, ສອງຝ່າຍ ໄດ້ເປັນເອກະພາບກັນ ສືບຕໍ່ປະສານສົມທົບກັນຢ່າງສະໜິດແໜ້ນ ເພື່ອຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດ ບັນດາເອກະສານທີ່ໄດ້ລົງນາມຮ່ວມກັນຜ່ານມາ ໃຫ້ເປັນຮູບປະທໍາ, ສືບຕໍ່ຊຸກຍູ້ການຈັດຕັ້ງບັນດາກິດຈະກໍາຕ່າງໆ ເພື່ອເປັນການຂໍ່ານັບຮັບຕ້ອນວັນສຳຄັນທາງດ້ານປະຫວັດສາດ ຂອງສອງປະເທດ ໃຫ້ມີບັນຍາກາດຄຶກຄື້ນ ແລະ ມີຄວາມໝາຍ ກໍຄືເປັນການກະກຽມ ໃຫ້ແກ່ການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງຂອງສອງຝ່າຍໃນຕໍ່ໜ້າ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດຢ້ຽມຢາມ ສປປ ເກົາຫລີ, ສະຫາຍ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ແຈ ຊອນ ຮຸຍ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ ຕື່ມອີກ.

ຂ່າວ-ພາບ: ກຕທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments