Thursday, March 13, 2025
Homeຂ່າວໜ້າໜຶ່ງປະກາດຮັບຮອງນະຄອນຫຼວງພະບາງ ເປັນນະຄອນພົ້ນທຸກ ແລະ ນະຄອນເຂັ້ມແຂງ ຮອບດ້ານ

ປະກາດຮັບຮອງນະຄອນຫຼວງພະບາງ ເປັນນະຄອນພົ້ນທຸກ ແລະ ນະຄອນເຂັ້ມແຂງ ຮອບດ້ານ

ວັນທີ 3 ມີນາ 2025 ນີ້, ຢູ່ສະໂມສອນມະຫາວິທະຍາໄລສຸພານຸວົງ ໄດ້ຈັດພິທີ ປະ ກາດ-ຮັບຮອງ ນະຄອນຫຼວງພະບາງ ເປັນນະຄອນພົ້ນທຸກ ຕາມດຳລັດ 348/ລບ, ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະ ນາ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົມຕີ, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍການນຳຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ-ນະຄອນ ຫຼວງພະບາງ, ນາຍບ້ານ 115 ບ້ານ ແລະປະຊາຊົນບັນດາເຜົ່າໃນ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ໄດ້ລາຍງານວ່າ: ຜ່ານການນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ເຮັດໃຫ້ ນະຄອນຫຼວງພະບາງ ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາຫຼາຍຂື້ນ, ຊີວິດການເປັນຢູຂອງປະຊາຊົນ ໄດ້ຮັບການປັບປຸງ, ປົວແປງດີຂື້ນ, ວັດທະນະທຳ-ສັງຄົມ ໄດ້ຮັບການສົ່ງ ເສີມຢ່າງຕັ້ງໜ້າ, ລະບົບການເມືອງມີຄວາມໜັກແໜ້ນ, ເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາຊົນມີຄວາມເຊື່ອໝັ້ນ ແລະສືບຕໍ່ສະໜັບສະໜູນ ຕື່ນຕົວ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ. ໂດຍຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ແລະມະຕິຄໍາສັ່ງຂອງລັດຖະບານ, ມາຮອດປັດຈຸບັນທົ່ວນະຄອນ ມີບ້ານທີ່ບັນລຸມາດຖານພົ້ນທຸກ ຈໍານວນ 113 ບ້ານ ກວມ 98,26%, 16,355 ຄອບຄົວ, ມີບ້ານພັດທະນາ ຈໍານວນ 109 ບ້ານ ກວມ 94,78%, 14,979 ຄອບຄົວ.

ຜ່ານການກວດກາ-ປະເມີນຜົນ ຕາມ ດໍາລັດ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະມາດຕະຖານພັດທະນາ ໃນການສ້າງເມືອງພົ້ນທຸກ ຕາມ 9 ມາດຖານ, ການສ້າງນະຄອນເຂັ້ມແຂງຮອບດ້ານ ຕາມ 16 ມາດຕະຖານ, 60 ຕົວຊີ້ບອກ ຕິດພັນກັບການ ການປະເມີນການສ້າງນະຄອນ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ ແລະ 47 ຕົວຊີ້ບອກ ຕາມທີດນໍາສາມສ້າງ ເຫັນວ່ານະຄອນຫຼວງພະບາງ ມີເງື່ອນໄຂຄົບຖ້ວນ ສາມາດບັນລຸຕາມມາດຕະຖານ ແລະ ຕົວຊີ້ບອກຕ່າງໆ ທີ່ກໍານົດໄວ້. ພິທີ ໄດ້ມີການມອບໃບຢັ້ງຢືນ ນະຄອນຫຼວງພະບາງ ເປັນນະຄອນພົ້ນທຸກ ແລະນະຄອນເຂັ້ມແຂງຮອບດ້ານ ຢ່າງສົມກຽດ.

ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍຜົນງານ-ຜົນສຳເລັດ ທີ່ນະຄອນ ຫຼວງພະບາງ ຍາດມາໄດ້, ທັງເນັ້ນໃຫ້ຄະນະພັກ-ອົງການປົກຄອງທຸກຂັ້ນ ສືບຕໍ່ຮັກສານາມມະຍົດທີ່ໄດ້ປະກາດ ຕິດພັນກັບມູນເຊື້ອວັດທະນະທຳ ເມືອງມໍລະ ດົກໂລກຫຼວງພະບາງ ໃຫ້ຢືນຍົງຕະຫຼອດໄປ. ຕອນທ້າຍ ໄດ້ມີການເປີດປ້າຍ ແລະລັ່ນຄ້ອງ 9 ບາດ ຮັບຮອງນະຄອນ ຫຼວງພະບາງ ເປັນນະຄອນພົ້ນທຸກ ແລະນະຄອນເຂັ້ມແຂງຮອບດ້ານຢ່າງເປັນທາງ.

ຂ່າວ-ພາບ: ທະນູສີນ ອິດທິພົນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments