Wednesday, March 12, 2025
Homeຂ່າວການເມືອງຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະກໍາມະການຮ່ວມມື ຫວຽດນາມ-ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະກໍາມະການຮ່ວມມື ຫວຽດນາມ-ລາວ

ໃນຕອນບ່າຍວັນທີ 27 ກຸມພາ 2025 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບທ່ານ ເຈິ່ນ ກວັກ ເຟືອງ ຮອງລັດຖະມົນຕີ, ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ທີ່ໄດ້ນໍາພາຄະນະຊ່ຽວຊານ ສສ ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຢ້ຽມຂ່ຳນັບ ໃນໂອກາດມາເຄື່ອນໄຫວເຮັດວຽກ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານຮອງລັດຖະ ມົນຕີ, ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ພ້ອມຄະນະ, ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ພັກ, ລັດຖະບານຫວຽດນາມ ທີ່ໄດ້ສົ່ງຄະນະຊ່ຽວຊານ ມາເຮັດວຽກຮ່ວມກັບພາກສ່ວນທີ່ກ່ຽວ ຂ້ອງຂອງ ສປປ ລາວ ລວມທັງ ໃຫ້ຄໍາປຶກສາ ແລະ ຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ຂອງສອງປະເທດ ເປັນຕົ້ນ ໂຄງການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ; ໂຄງການກໍ່ສ້າງສາງເກັບນໍ້າມັນເຊື້ອໄຟ; ໂຄງການກໍ່ສ້າງສວນອຸທິຍານມິດຕະພາບ ລາວ-ຫວຽດນາມ, ລວມທັງການກໍານົດແຜນຍຸດທະສາດຮ່ວມມື ລາວ-ຫວຽດນາມ ໃນຕໍ່ໜ້າ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳໂດຍໄວ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທັງເປັນການປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງສອງປະເທດ ໃຫ້ນັບມື້ນັບໄດ້ຮັບການພັດທະນາ. ໃນໂອກາດນີ້, ທ່ານຮອງນາຍົກລັດຖະ ມົນຕີ ຍັງຫວັງວ່າ ຄະນະຊ່ຽວຊານດັ່ງກ່າວ ຈະນໍາໃຊ້ຄວາມຮູ້ຄວາມສາມາດ, ປະສົບການ ແລະ ບົດຮຽນຕົວຈິງ ຂອງຕົນເອງ ປຶກສາຫາລື ແລະ ເຮັດວຽກຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ເພື່ອຈັດຕັ້ງປະຕິບັດ ວຽກງານ ກໍຄື ໜ້າທີ່ການເມືອງ ທີ່ສອງພັກ, ສອງລັດ ມອບໝາຍໃຫ້ນັ້ນ ມີຄວາມຄືບໜ້າ, ໄດ້ຮັບຜົນສຳເລັດ ຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້, ພ້ອມທັງ ສະເໜີຕໍ່ຄະນະຊ່ຽວຊານ ຖ້າຫາກພົບຄວາມຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ກໍສາມາດສະເໜີໄດ້ໂດຍກົງ ພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນ ແລະ ອຳນວຍຄວາມສະດວກດ້ານຕ່າງໆ ຕະຫລອດໄລຍະເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ.

ໂອກາດດຽວກັນ, ທ່ານຮອງລັດຖະມົນຕີ, ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ຮອງນາຍົກລັດຖະມົນຕີ ແລະ ພາກສ່ວນ ກ່ຽວຂ້ອງ ຂອງ ສປປ ລາວ, ທັງໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນການເຮັດວຽກກັບຂະແໜງການຈຳນວນໜຶ່ງ ຂອງ ສປປ ລາວ ເປັນຕົ້ນ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງອຸດສາຫະກຳ ແລະ ການຄ້າ, ລວມທັງ ແຜນການຈະເຮັດວຽກຮ່ວມກັບຫ້ອງວ່າການສູນກາງພັກ; ກະຊວງແຜນການ ແລະ ການລົງທຶນ ພ້ອມທັງ ຢືນ ຢັນວ່າ ຈະເຮັດວຽກຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ເພື່ອພ້ອມກັນຈັດຕັ້ງປະຕິບັດ ບັນດາທິດຊີ້ ນໍາ ກໍຄື ການຕົກລົງຂອງການນໍາຂັ້ນສູງສອງປະເທດ ໃຫ້ມີຜົນສໍາເລັດ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາ ຊົນສອງຊາດ ໃຫ້ນັບມື້ນັບໄດ້ຮັບການພັດທະນາດີຂຶ້ນ ທັງເປັນການປະກອບສ່ວນ ເຂົ້າໃນການເພີ່ມພູນຄູນ ສ້າງສາຍພົວພັນສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມ ມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນ, ຈະເລີນງອກງາມ ແລະ ເກີດດອກອອກຜົນຫລາຍຂຶ້ນເປັນກ້າວໆ.

ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments