ວິທະຍຸສາກົນແຫ່ງ ສປ ຈີນ, ສະຫະພັນແມ່ຍິງທົ່ວປະເທດຈີນ ໄດ້ຈັດພິທີສະເຫລີມສະຫລອງວັນແມ່ຍິງສາກົນ ວັນທີ 8 ມີນາ ແລະ ຍ້ອງຍໍບຸກຄົນ ແລະ ໝູ່ຄະນະດີເດັ່ນຢູ່ນະຄອນຫລວງປັກກິ່ງ ເພື່ອຍ້ອງຍໍຊົມເຊີຍ ແລະ ເຊີດຊູຈິດໃຈ ຂອງແມ່ຍິງ ທີ່ໄດ້ປະກອບສ່ວນເຂົ້າໃນຂົງເຂດຕ່າງໆ ເຊັ່ນ: ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ, ການສືບທອດວັດທະນະທຳ, ການພັດທະນາຊົນນະບົດໃຫ້ຈະເລີນ, ການສ້າງສາດ້ານການປ້ອງກັນປະເທດ ແລະ ອື່ນໆ ຊຶ່ງໄດ້ສະແດງໃຫ້ເຫັນເຖິງກຳລັງແມ່ຍິງໃນຍຸກໃໝ່.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ