ພິທີໂຮມຊຸມນຸມ ປະກາດບັ້ນການສຳຫລວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ຈັດຂຶ້ນ ໃນວັນທີ 28 ກຸມພາ 2025 ນີ້, ຢູ່ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີພະເຖລະເຖລະ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ, ຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ເຈົ້າແຂວງ, ຮອງເຈົ້າແຂວງ, ຫົວໜ້າກົມ, ຮອງກົມ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນວ່າ: ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນການສໍາຫລວດໜຶ່ງທີ່ມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດສໍາລັບບັນດາປະເທດ ທີ່ຢູ່ໃນພາກພື້ນ ແລະ ສາກົນໃນທຸກໆ 10 ປີ ພາຍໃຕ້ຂໍ້ ແນະນໍາຂອງໜ່ວຍງານສະຖິຕິຂອງອົງການສະຫະປະຊາຊາດ, ລັດຖະບານແຫ່ງ ສ ປປ ລາວ ກໍ່ໄດ້ດໍາ ເນີນການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ມາແລ້ວ 4 ຄັ້ງ ເລີ່ມແຕ່ປີ 1985 ເຖິງ ປີ 2015. ຕະຫລອດໄລຍະທີ່ຜ່ານມາຈາກຜົນການສໍາຫລວດຊີ້ໃຫ້ເຫັນວ່າ ພົນລະເມືອງລາວ ໄດ້ເພີ່ມຂຶ້ນຈາກ 3,5 ລ້ານຄົນ ປີ 1985, ມາເປັນ 4,5 ລ້ານຄົນ ໃນປີ 1995, 5,5 ລ້ານຄົນ ໃນປີ 2005 ແລະ ຈາກການສໍາຫລວດຄັ້ງ ທີ IV ຫລ້າສຸດ ໃນປີ 2015 ພົນລະເມືອງລາວ ມີ 6,4 ລ້ານຄົ້ນ ແລະ ຄາດຄະເນວ່າ ໃນ ປີ 2025 ພົນລະເມືອງລາວ ຈະມີປະມານ 7,8 ລ້ານຄົນ, ໃນປີ 2035 ຈະມີປະມານ 8,9 ລ້ານຄົນ ແລະ ປີ 2045 ສປປ ລາວ ຈະມີປະຊາກອນ 9,9 ລ້ານຄົນ.
ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໃສທົ່ວປະເທດ ຄັ້ງທີ 5 ແມ່ນມີຄວາມສໍາຄັນທີ່ສຸດ ເພາະເປັນແຫລ່ງມີຂໍ້ມູນ ສະຖິຕິ ເພື່ອຢືນຢັນການບັນລຸເປົ້າໝາຍດັ່ງກ່າວ ແລະ ມັນມີຄວາມຈໍາເປັນທີ່ສຸດ ທີ່ພວກເຮົາຈະຕ້ອງໄດ້ສຶກສາ ແລະ ເຂົ້າໃຈ ເຖິງບັນຫາການປ່ຽນແປງຂອງພົນລະເມືອງລາວ ໃນປັດຈຸບັນ ກໍຄື ອະນາຄົດ ເພາະມັນພົວພັນເຊິ່ງກັນ ແລະ ກັນຢ່າງສະນິດແໜ້ນກັບຄຸນລັກສະນະຂອງພົນລະເມືອງ ເຊັ່ນ: ອັດຕາການຕາຍ, ການຈະເລີນພັນ, ການມີວຽກດຮັດງານທໍາ, ການໂຍກຍ້າຍ, ການເຂົ້າເຖິງການບໍລິການດ້ານການສຶກສາ ແລະ ສາທາລະນະສຸກ, ຄຸນນະພາບຂອງທີ່ຢູ່ອາໃສ. ເງື່ອນໄຂເລົ່ານັ້ນ ລ້ວນແຕ່ເປັນປັດໃຈ ອັນສໍາຄັນທີ່ສົ່ງຜົນຕໍ່ການ ປ່ຽນແປງໂຄງປະກອບຂອງພົນລະເມືອງ, ຕໍ່ການຂະຫຍາຍກາລະໂອກາດ ໃຫ້ແກ່ການແກ້ໄຂຄວາມທຸກຍາກ, ສ້າງຄວາມສົມດຸນ ຂອງຕະຫລາດແຮງງານ, ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນານະວັດຕະກຳເຕັກໂນໂລຊີ, ຄວາມໜາແໜ້ນຂອງພົນລະເມືອງ ທີ່ເພີ່ມຂຶ້ນກໍບົ່ງບອກເຖິງຄວາມສໍາຄັນ ຂອງການ ພັດທະນາຕົວເມືອງ ແລະ ສ້າງເງື່ອນໄຂການສະໜອງການບໍລິການໂຄງລ່າງພື້ນຖານ ຂອງລັດຖະບານ ໄດ້ຢ່າງ ມີປະສິດທິຜົນ.

ທ່ານ ກິແກ້ວ ໄຂຄຳພິທູນ ຍັງໄດ້ຮຽກຮ້ອງ ໃຫ້ປະຊາຊົນລາວບັນດາເຜົ່າ ທັງຢູ່ພາຍໃນ ແລະ ເຄື່ອນໄຫວຢູ່ຕ່າງປະເທດ ຕະຫລອດ ຮອດພະນັກງານລັດຖະກອນ, ທະຫານ-ຕຳຫລວດ ແລະ ພໍ່ຄ້າຊາວຂາຍ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໃສຢູ່ ສປປ ລາວ ໃນຊ່ວງການດໍາເນີນການສໍາຫລວດຈົ່ງໃຫ້ການສະໜັບສະໜູນ, ໃຫ້ການຮ່ວມມືຢ່າງຈິງໃຈ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສໍາຫລວດໃນຄັ້ງນີ້. ພ້ອມນີ້ກໍສະເໜີ ໃຫ້ບັນດາທ່ານຄະນະຊີ້ນໍາ ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ອໍານາດການປົກຄອງທຸກຂັ້ນຈຶ່ງເອົາໃຈໃສ່ ໃນການ ຊີ້ນໍາ-ນໍາພາ, ໃຫ້ຄວາມສະດວກ ແລະ ປະສານສົມທົບ ຢ່າງໃກ້ສິດກັບກອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອໃຫ້ການຮ່ວມມື ແລະ ສ້າງເງື່ອນໄຂ ທີ່ເອື້ອອໍານວຍ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັ້ນດໍາເນີນການສໍາຫລວດ ໃນຄັ້ງນີ້ ໃຫ້ປະສົບຜົນສໍາເລັດ ຕາມລະດັບຄາດໝາຍ ແລະ ຮັບປະກັນໃຫ້ ໄດ້ຄວາມສະຫງົບ ຄວາມປອດໄພ 100% ຕະຫລອດໄລຍະ ການດໍາເນີນການສໍາຫລວດ ໃນ ປີ 2025.

ໂອກາດນີ້, ທ່ານ ເພັດ ພົມພີພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ໃຫ້ຮູ້ວ່າ: ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ນີ້, ເປັນບັ້ນທີ່ມີຄວາມໝາຍຄວາມສໍາຄັນ ເຊິ່ງຈະສາມາດສະໜອງຂໍ້ມູນທີ່ຖືກຕ້ອງຊັດເຈນ ແລະ ກວ້າງຂວາງ ໃຫ້ແກ່ຂະບວນການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງປະເທດເຮົາ ກໍ່ຄື ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ການສ້າງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X. ພ້ອມທັງ ເປັນບ່ອນອີງ ທີ່ໜັກແໜ້ນ ແລະ ໜ້າເຊື່ອຖື ໃນການສ້າງນະໂຍບາຍສົ່ງເສີມການພັດທະນາແບບຍືນຍົງ (SDGs) ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນ ໃນ ສປປ ລາວ.

ຂໍ້ມູນຈາກການສໍາຫລວດດັ່ງກ່າວ, ບໍ່ພຽງແຕ່ ເປັນການສະແດງໃຫ້ເຫັນເຖິງການເຕີບໂຕຂອງພົນລະເມືອງ ທຽບໃສ່ 40 ປີ ຫລື 10 ປີ ທີ່ຜ່ານມາເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງ ການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ການພົວພັນຮ່ວມມື ທີ່ມີບົດບາດສໍາຄັນ ໃນການສົ່ງເສີມບົດບາດຂອງພົນລະເມືອງ ແລະ ການພັດທະນາ ແບບຍືນຍົງ ຂອງ ສປປ ລາວ, ພາກພື້ນ ແລະ ສາກົນ ໃນຂົງເຂດການເຕີບໂຕ, ການປ່ຽນແປງຂອງພົນລະເມືອງ, ການຍົກຍ້າຍຖິ່ນຖານ, ການພັດທະນາຕົວເມືອງ ແລະ ການປ່ຽນແປງ ໃນການດໍາລົງຊີວິດທີ່ສໍາຄັນອື່ນໆ. ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ເປັນເຄື່ອງມື ທີ່ສໍາຄັນທີ່ສຸດ ຕິດພັນກັບນະໂຍບາຍ ແລະ ຍຸດທະສາດ ເປັນຕົ້ນ ຍຸດທະສາດໂພສະນາການແຫ່ງຊາດ, ການວາງແຜນຄອບຄົວ, ນະໂຍບາຍທາງດ້ານສັງຄົມ ເຊັ່ນ: ການສຶກສາ, ສາທາລະນະສຸກ, ຄວາມທຸກຍາກ, ການຍ້າຍຖິ່ນຖານ, ຄວາມສະເໝີພາບຂອງບົດບາດຍິງຊາຍ ແລະ ການຈັດການດ້ານການບໍລິການດ້ານສາທາລະນະ. ພ້ອມທັງຮັບໃຊ້ເຂົ້າໃນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ເພື່ອເພີ່ມທະວີວຽກງານການຈົດທະບຽນພົນລະເມືອງໃຫ້ທົ່ວເຖິງໃນຂອບເຂດທົ່ວປະເທດ ຕາມທີ່ໄດ້ກຳນົດໄວ້ໃນຍຸດທະສາດ ວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025. ຜົນສໍາເລັດໃນການຈັດຕັ້ງປະຕິບັດ ການສໍາຫລວດໃນຄັ້ງນີ້ ຈະເພີ່ມບົດບາດ ຂອງ ສປປ ລາວ ໃນການສະໜອງຂໍ້ມູນທີ່ ຖືກຕ້ອງສອດຄ່ອງກັບສາກົນໃນທົ່ວໂລກ ເພື່ອຮັບມືກັບສິ່ງທ້າທາຍຮ່ວມກັນ, ສົ່ງເສີມ ການເຕີບໂຕທາງດ້ານເສດຖະກິດທີ່ມີສ່ວນຮ່ວມຂອງຫລາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ເພື່ອຮັບປະກັນ “ບໍ່ປະປ່ອຍໃຜໄວເບື້ອງຫລັງ” ຫລື “ພວກເຮົາກ້າວໄປພ້ອມກັນ”. ພ້ອມດຽວກັນນີ້, ກໍຈະເປັນການປະກອບສ່ວນອັນສໍາຄັນໃຫ້ສາກົນ ໃນການບັນລຸການພັດທະນາແບບຍືນຍົງ 2030.
———————