Home ຂ່າວພາຍໃນ ມອບ-ຮັບ ແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ

ມອບ-ຮັບ ແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ

0
5

ວັນທີ 25 ກຸມພນາ 2025 ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີ ມອບ-ຮັບ ແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າອາຫານໃນ ສປປ ລາວ. ຕາງໜ້າອົງການໄຈກາ ລົງນາມເຊັນມອບໂດຍ ທ່ານ ໂນລິຢູກິ ອີໂຕະ ຕາງໜ້າອົງການໄຈກາ ປະຈໍາລາວ; ຕາງໜ້າກະຊວງກະສິກໍາ ແລະ ປ່າໄມ້ ລົງນາມເຊັນຮັບໂດຍ ທ່ານ ສົມພອນແກ້ວຫາວົງ. ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ.

ແຜນງານດັ່ງກ່າວ ແມ່ນນອນໃນໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າ ໃນ ສປປ ລາວ ມີຈຸດປະສົງ ເພື່ອສະໜັບສະໜູນການສ້າງແຜນແມ່ບົດ, ຊຶ່ງແຜນແມ່ບົດດັ່ງກ່າວນີ້ ຈະຊ່ວຍໃນການແກ້ໄຂ ຫຼື ເປັນບ່ອນອີງໃຫ້ແກ່ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ເພື່ອສະໜອງຄວາມຕ້ອງການຕະ ຫຼາດພາຍໃນ ແລະ ມາດຕະຖານຂອງປະເທດໃກ້ຄຽງ ແລະ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແຫ່ງຊາດ.

ແຜນງານນີ້ ແມ່ນຖືເປັນໜຶ່ງໃນຜົນສໍາເລັດຂອງຮູບແບບໂຄງການການຮ່ວມມືດ້ານວິຊາການ ແລະ ການຊ່ວຍເຫຼືອລ້າຂອງລັດຖະບານຍີ່ປຸ່ນ ໂດຍຜ່ານອົງການ JICA ປະຈໍາ ສປປລາວ.

ທີ່ມາ: ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here