ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ ປຶກສາຫາລືວຽກງານຂະບວນການໂຕະມົນ ປະຈຳປີ 2025 ໃນວັນທີ 26 ກຸມພານີ້ ທີ່ໂຮງແຮມ ດັບເບີນທີ ບາຍຣີວຕັນ, ນະຄອນຫຼວງວຽງຈັນ. ໂດຍມີ ທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນກະຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາອົງການຈັດຕັ້ງສາກົນ ແລະຂະ ແໜງການທີ່ກ່ຽວຂ້ອງຂອງລາວເຂົ້າຮ່ວມ.

ກອງປະຊມປືກສາຫາລືວຽກງານຂະບວນການໂຕະມົນ ປະຈຳປີ 2025 ແມ່ນເປັນກອງປະຊຸມ ລິເລີ່ມໃນການກະກຽມກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV. ຈຸດປະສົງຂອງກອງປະຊຸມ ເພື່ອນຳສະເໜີກອບໄລຍະເວລາໃນການສ້າງແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ຮ່າງແນວຄວາມຄິດ ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ປະຈຳປີ 2025 ແລະ ລາຍງານຫຍໍ້ບົດລາຍງານຜົນການເຂົ້າຮ່ວມການຕິດຕາມປະສິດທິຜົນ ການຮ່ວມມືເພືື່ອການພັດທະນາ ໃນລະດັບສາກົນ ຄັ້ງທີ IV ຂອງ ສປປ ລາວ.
ຂ່າວ-ພາບ: ແສງຈັນ