Home ຂ່າວໜ້າໜຶ່ງ ທຫລ ປະກາດໃຊ້ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ສປປ ລາວ

ທຫລ ປະກາດໃຊ້ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ສປປ ລາວ

0
9

ໃນວັນທີ 26 ກຸມພາ 2025 ນີ້ ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຖະແຫລງຂ່າວປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ສປປ ລາວ ສະບັບເລກທີ 155/ທຫລ ເຊິ່ງໄດ້ປະກາດ ໃນວັນທີ 19 ກຸມພາ 2025 ຜ່ານມາ ໂດຍຈະມີຜົນສັກສິດ ແລະ ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 5 ເມສາ 2025 ເປັນຕົ້ນໄປ.

ທ່ານ ອາລຸນ ບຸນຍົງ ໄດ້ໃຫ້ຮູ້ວ່າ: ຂໍ້ຕົກລົງສະບັບດັ່ງກ່າວ, ເປັນການຈັດຕັ້ງຜັນຂະຫຍາຍ ກົດໝາຍວ່າດ້ວຍການຄຸ້ມຄອງ ເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022 ແລະ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ສະບັບ ເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023 ເຊິ່ງໄດ້ມອບໃຫ້ ທະນາຄານແຫ່ງ ສປປ ລາວ ປັບປຸງລະບົບການຊຳລະພາຍໃນປະເທດໃນຮູບແບບເອເລັກໂຕຣນິກ ທີ່ເປັນເງິນຕາຕ່າງປະເທດໃຫ້ມີຂອບເຂດຈະແຈ້ງ, ມີກົນໄກການຢັ້ງຢືນທຸລະກໍາຖືກຕ້ອງຕາມຈຸດປະສົງຂອງການຊຳລະທີ່ແທ້ຈິງ ເພື່ອເຮັດໃຫ້ການນໍາໃຊ້ເງິນຕາຕ່າງປະເທດຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ອີງຕາມຄວາມຈໍາ ເປັນພາວະວິໄສຂອງສັງຄົມລາວທີ່ຍັງມີຄວາມຈຳເປັນໃນການນໍາໃຊ້ເງິນຕາຕ່າງປະເທດ ເພື່ອຊຳລະພາຍໃນ ແລະ ກັບຕ່າງປະເທດ. ສະນັ້ນ, ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ດໍາເນີນການຄົ້ນຄວ້າຂໍ້ຕົກລົງດັ່ງກ່າວ ໂດຍໄດ້ມີການວິເຄາະຂໍ້ມູນການນໍາໃຊ້ບັນຊີເງິນຝາກຢູ່ ສປປ ລາວ, ມີການຖອດຖອນບົດຮຽນຈາກຕ່າງປະເທດ, ຄົ້ນຄວ້າຕາມຫລັກການຂອງສາກົນ ແລະ ຜ່ານການປະກອບຄໍາເຫັນຈາກພາກລັດ, ເອກະຊົນ ແລະ ສັງຄົມ ວົງກວ້າງ.

ຂໍ້ຕົກລົງສະບັບດັ່ງກ່າວ, ມີຈຸດປະສົງເປັນການສົ່ງເສີມຜູ້ທີ່ມີເງິນຕາຕ່າງປະເທດ ຖືຄອງໃນຮູບແບບເງິນສົດໃຫ້ນໍາເງິນຕາຕ່າງປະເທດໄປຝາກໄວ້ ນໍາທະນາຄານທຸລະກິດ ແລະ ເປັນການປັບປຸງລະບົບ ການຊຳລະພາຍໃນປະເທດໃນຮູບແບບເອເລັກໂຕຣນິກ ທີ່ເປັນເງິນຕາຕ່າງປະເທດ ໃຫ້ມີຂອບເຂດຈະແຈ້ງ, ມີກົນໄກການຢັ້ງຢືນທຸລະກໍາຖືກຕ້ອງຕາມຈຸດປະສົງ ຂອງການຊຳລະທີ່ແທ້ຈິງ ເຮັດໃຫ້ການເຄື່ອນໄຫວເງິນຕາຕ່າງປະເທດ ຜ່ານລະບົບທະ ນາຄານ ເຊິ່ງບໍ່ໄດ້ຈຳກັດ ສິດໃນການເປີດ ແລະ ນໍາໃຊ້ບັນຊີເງິນຝາກເງິນຕາຕ່າງປະເທດ ແຕ່ຢ່າງໃດ. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ຢູ່ ສປປ ລາວ ຍັງສາມາດຄອບຄອງເງິນຕາຕ່າງປະເທດໃນບັນຊີເງິນຝາກໂດຍບໍ່ຈໍາກັດຈໍານວນ, ສາມາດ ຝາກ, ຖອນເງິນ ໄດ້ຕາມປົກກະຕິ ຄືທີ່ຜ່ານມາ ແລະ ສາມາດໂອນເງິນຕາຕ່າງປະເທດຢູ່ພາຍໃນ ສປປ ລາວ ໄດ້ ໂດຍບໍ່ຈຳກັດຈໍານວນ.

ເນື້ອໃນສໍາຄັນຂອງຂໍ້ຕົກລົງສະບັບດັ່ງກ່າວ, ແມ່ນໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ໃນການເປີດ ແລະ ນໍາໃຊ້ບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ສປປ ລາວ ມີຜົນບັງຄັບໃຊ້ສໍາລັບ ຜູ້ມີ ແລະ ຜູ້ກຳລັງຈະມີບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ສປປ ລາວ ເຊິ່ງຂໍ້ຕົກລົງດັ່ງກ່າວ, ບໍ່ໄດ້ນໍາໃຊ້ກັບບັນຊີເງິນຝາກກ່ຽວກັບການນໍາເຂົ້າ-ສົ່ງອອກ ແລະ ການລົງທຶນ, ໝາຍຄວາມວ່າການດໍາເນີນທຸລະກຳກັບຕ່າງປະເທດ ເປັນຕົ້ນ ຊຳລະສິນຄ້ານໍາເຂົ້າ, ເງິນລົງທຶນຕ່າງປະເທດ ແມ່ນສາມາດເຄື່ອນໄຫວທຸລະກຳໄດ້ປົກກະຕິ ຄືດັ່ງທີ່ຜ່ານມາ ຕາມລະບຽບການກ່ຽວຂ້ອງ. ພ້ອມທັງໄດ້ກຳນົດເງື່ອນໄຂໃໝ່ ເປັນຕົ້ນ ຜູ້ທີ່ຈະເປີດບັນຊີເງິນຝາກເງິນຕາຕ່າງປະເທດ ຕ້ອງເປັນຜູ້ທີ່ມີເງິນຕາຕ່າງປະເທດໄວ້ໃນການຄອບຄອງ ຫລື ມີແຫລ່ງລາຍຮັບເປັນເງິນຕາຕ່າງປະເທດ; ການໂອນເງິນຕາຕ່າງປະ ເທດລະຫວ່າງບັນຊີເງິນຝາກ ແມ່ນບໍ່ໄດ້ຈຳກັດຈຳນວນ ເຊິ່ງການໂອນເງິນຕາຕ່າງປະເທດ ລະຫວ່າງບັນຊີເງິນຝາກທີ່ອອກຊື່ບັນຊີຕ່າງກັນ ຈະມີຄ່າທໍານຽມການໂອນເງິນ ຈາກທະນາຄານທຸລະກິດ ຕົ້ນທາງ 0,5% ຂອງມູນຄ່າທຸລະກຳ ໂດຍກຳນົດຄ່າທໍານຽມ ຕໍ່າສຸດບໍ່ຫລຸດ 1 ໂດລາສະຫະລັດ ຫລື ທຽບເທົ່າ ແລະ ສູງສຸດບໍ່ເກີນ 50 ໂດລາສະຫະລັດ ຫລື ທຽບເທົ່າ ຕໍ່ໜຶ່ງທຸລະກຳ.

ສຳລັບ ບັນຊີເງິນຝາກຂອງບຸກຄົນ ຖ້າເປັນການໂອນບໍ່ເກີນ 1.000 ໂດລາສະຫະລັດ ຫລື ທຽບເທົ່າຕໍ່ວັນ ແມ່ນ ໃຫ້ໃສ່ພຽງແຕ່ຈຸດປະສົງຂອງການໂອນເງິນ ແຕ່ຖ້າໂອນເກີນ 1.000 ໂດລາສະຫະລັດ ຫລື ທຽບເທົ່າ ຂຶ້ນໄປຕໍ່ວັນ ແມ່ນໃຫ້ໃສ່ຈຸດປະສົງຂອງການໂອນເງິນ ແລະ ຄັດຕິດເອກະສານທີ່ກ່ຽວຂ້ອງ. ສ່ວນບັນຊີເງິນຝາກຂອງວິສາຫະກິດ ຖ້າເປັນການໂອນບໍ່ເກີນ 10.000 ໂດລາສະຫະລັດ ຫລື ທຽບເທົ່າ ຕໍ່ວັນ ແມ່ນໃຫ້ໃສ່ພຽງແຕ່ຈຸດປະສົງຂອງການໂອນເງິນ, ແຕ່ຖ້າໂອນເກີນ 10.000 ໂດລາສະຫະລັດ ຫລື ທຽບເທົ່າຂຶ້ນໄປ ຕໍ່ວັນ ແມ່ນໃຫ້ໃສ່ຈຸດປະສົງຂອງການໂອນເງິນ ແລະ ຄັດຕິດເອກະສານທີ່ກ່ຽວຂ້ອງ. ບັນຊີເງິນຝາກຂອງການຈັດຕັ້ງ ຖ້າເປັນການໂອນບໍ່ເກີນ 20.000 ໂດລາສະຫະລັດ ຫລື ທຽບເທົ່າ ຕໍ່ວັນ ແມ່ນໃຫ້ໃສ່ພຽງແຕ່ຈຸດປະສົງຂອງການໂອນເງິນ, ແຕ່ຖ້າໂອນເກີນ 20.000 ໂດລາສະຫະລັດ ຫລື ທຽບເທົ່າຂຶ້ນໄປ ຕໍ່ວັນ ແມ່ນໃຫ້ໃສ່ຈຸດປະສົງຂອງການໂອນເງິນ ແລະ ຄັດຕິດເອກະສານທີ່ ກ່ຽວຂ້ອງ.

ການໂອນເງິນ ແມ່ນສາມາດດໍາເນີນຜ່ານທຸກຊ່ອງທາງ ໃຫ້ບໍລິການຂອງທະນາຄານທຸລະກິດ ເປັນຕົ້ນ ໂອນຜ່ານ ແອັບພິເຄຊັນຂອງທະນາຄານ ຫລື ຜ່ານປ່ອງບໍລິການຂອງທະນາຄານ. ກໍລະນີ ການໂອນເງິນໃນວົງເງິນທີ່ຕ້ອງໄດ້ຄັດຕິດເອກະສານທີ່ກ່ຽວຂ້ອງ ທ່ານສາມາດສໍາເນົາເອກະສານ ກ່ຽວຂ້ອງດັ່ງກ່າວ ໃຫ້ໜ່ວຍບໍລິການຂອງທະນາ ຄານ ຫລື ແນບຮູບພາບເອກະສານກ່ຽວຂ້ອງດັ່ງກ່າວ ໃນແອັບພີເຄຊັນຂອງ ທະນາຄານ ເພື່ອໃຫ້ສາມາດດໍາເນີນຂັ້ນຕອນການໂອນເງິນໄດ້ທັນທີ. ສຳລັບ ເອກະສານສານທີ່ກ່ຽວຂ້ອງກັບຈຸດປະສົງ ສາມາດເປັນໃບຮຽກເກັບເງິນ, ສັນ ຍາ, ສໍາມະໂນຄົວ ກໍລະນີໂອນພາຍໃນຄອບຄົວ ຫລື ໜັງສື, ເອກະສານຕ່າງໆ ທີ່ອອກໂດຍ ຜູ້ຮັບ ຫລື ຜູ້ຊຳລະ.

ການອອກຂໍ້ຕົກລົງສະບັບນີ້, ຈະເປັນການສົ່ງເສີມການນໍາໃຊ້ເງິນກີບ, ເປັນການຫລຸດຜ່ອນການແລກ ປ່ຽນເງິນຕາຕ່າງປະເທດຊະຊາຍ ແລະ ໃຫ້ບໍລິການເງິນຕາຕ່າງປະເທດທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ເພື່ອເຮັດໃຫ້ ການນໍາໃຊ້ເງິນຕາຕ່າງປະເທດ ມີຄວາມເປັນລະບຽບຮຽບຮ້ອຍຫລາຍຍິ່ງຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here