Home ຂ່າວໜ້າໜຶ່ງ ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບທູດຟີລິບປິນ ອຳລາ

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບທູດຟີລິບປິນ ອຳລາ

0
4

ໃນວັນທີ 26 ກຸມພາ 2025 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ດີນາ ຈອຍ ດີ ອາມາຕົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ຟິລິບປິນ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ນາງ ດີນາ ຈອຍ ດີ ອາມາຕົງ ຕໍ່ຜົນສໍາເລັດທີ່ຍາດມາໄດ້ ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫລອດໄລຍະຜ່ານມາ ທີ່ໄດ້ປະກອບສ່ວນເຂົ້າໃນການສົ່ງເສີມ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ຟິລິບປິນ ໃນໄລຍະຜ່ານມາ ກໍຄື ການສົ່ງເສີມການຮ່ວມມືທາງດ້ານການເມືອງ, ເສດຖະກິດ, ທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ແຮງງານ ແລະ ດ້ານຕ່າງໆ ໃຫ້ນັບມື້ນັບຂະ ຫຍາຍຕົວ ແລະ ເຂົ້າສູ່ລວງເລິກ. ນອກນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດ ໃນໜ້າທີ່ວຽກງານໃໝ່ ທີ່ທ່ານທູດຈະໄດ້ຮັບຜິດຊອບໃນອະນາຄົດ ແລະ ສະແດງຄວາມຫວັງວ່າ ທ່ານທູດ ຈະສືບຕໍ່ປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ.

ພ້ອມກັນນີ້, ທ່ານ ນາງ ດີນາ ຈອຍ ດີ ອາມາຕົງ ກໍໄດ້ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວຂອງຕົນ ມີຜົນສໍາເລັດຢ່າງຈົບງາມ ແລະ ຢືນຢັນຈະສືບຕໍ່ໃນການເປັນຂົວຕໍ່ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຂອງ ສອງປະເທດ ສປປ ລາວ ແລະ ສ ຟິລິບປິນ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here