Wednesday, February 26, 2025
Homeທ່ອງທ່ຽວເມືອງພູວົງ ແຂວງອັດຕະປື ຍັງເຫຼືອຄອບຄົວທຸກຍາກຫລາຍກວ່າ 43 ກວ່າ%

ເມືອງພູວົງ ແຂວງອັດຕະປື ຍັງເຫຼືອຄອບຄົວທຸກຍາກຫລາຍກວ່າ 43 ກວ່າ%

ທ່ານ ສີທົນ ຊາວພູວົງ ຮອງເລຂາພັກເມືອງພູວົງ ສະໄໝທີ V ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ ຂອງການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກ ເມືອງພູວົງ ສະໄໝທີ V ໄດ້ຖືສຳຄັນຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບວຽກງານ ກໍ່ສ້າງຮາກຖານການເມືອງ ໂດຍຫັນເອົາພະນັກງານນໍາພາ-ຄຸ້ມຄອງ, ພະນັກງານວິຊາການ ແລະ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບລົງກໍ່ສ້າງຮາກຖານການເມືອງ ເພື່ອແກ້ໄຂບັນຫາຈຸດອ່ອນແອ, ຫລໍ່ແຫລມຢູ່ ໃນ 4 ຈຸດສຸມ ແລະ 15 ບ້ານທົ່ວເມືອງ ເຮັດໃຫ້ເຂດດັ່ງກ່າວມີການພັດທະນາ.

ເຮັດໃຫ້ປັດຈຸບັນທົ່ວເມືອງມີຄອບຄົວພົ້ນທຸກ 2.000 ຄອບຄົວ ກວມເອົາຫລາຍກວ່າ 56% ຂອງຄອບຄົວທັງໝົດທົ່ວເມືອງ, ຄອບຄົວຍັງບໍ່ທັນພົ້ນທຸກ 1.500 ກວ່າຄອບຄົວ ກວມເອົາ 43 ກວ່າ% ຂອງຄອບຄົວທັງໝົດທົ່ວເມືອງ ແລະ ຄອບຄົວພັດທະນາມີ 1.100 ກວ່າຄອບຄົວ ກວມເອົາ 31 ກວ່າ% ຂອງຄອບຄົວທົ່ວເມືອງ, ທົ່ວເມືອງມີ 15 ບ້ານ ໃນນີ້, ບ້ານທຸກຍາກມີ 6 ບ້ານ, ບ້ານພົ້ນທຸກມີ 9 ບ້ານ, ບ້ານພັດທະນາມີ 2 ບ້ານ ແລະ ເປົ້າໝາຍໃນການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍມີ 2 ບ້ານ.

ສະຫາຍ ສີທົນ ຊາວພູວົງ ໃຫ້ຮູ້ຕື່ມວ່າ: ມາດຕະການແກ້ໄຂຄວາມທຸກຍາກ ແມ່ນສຸມໃສ່ຈັດຕັ້ງປະຕິບັດ ຕາມມະຕິ ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ຕິດພັນກັບການເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຢ່າງເປັນຂະບວນກວ້າງຂວາງ ພ້ອມທັງໄດ້ປະເມີນການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ 47 ຕົວຊີ້ບອກ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຕາມ 4 ດ້ານ 30 ຕົວຊີ້ບອກ ບັນລຸຕາມມາດຕະຖານໄດ້ 2 ບ້ານ. ພ້ອມນີ້, ຍັງໄດ້ນໍາພາປັບປຸງສ້າງຄວາມເຂັ້ມແຂງ ໃຫ້ແກ່ອົງການປົກຄອງບ້ານ ແລະ ແບ່ງວຽກແບ່ງຄວາມຮັບຜິດຊອບຕາມ 5 ໜ່ວຍງານ ສໍາເລັດ 100%.

ຂ່າວ: ໄຊຈະເລີນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments