Home ຂ່າວຕ່າງປະເທດ ສສ ຫວຽດນາມ-ໄທ ສູ້ຊົນໃຫ້ນຳວົງເງິນການຄ້າບັນລຸ 25 ຕື້ໂດລາສະຫະລັດໂດຍໄວ

ສສ ຫວຽດນາມ-ໄທ ສູ້ຊົນໃຫ້ນຳວົງເງິນການຄ້າບັນລຸ 25 ຕື້ໂດລາສະຫະລັດໂດຍໄວ

0
5

ວິທະຍຸກະຈາຍສຽງຫວຽດນາມ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີຫວຽດນາມ ໃຫ້ການຕ້ອນຮັບ ທ່ານ ມາຣິດ ສະຫງຽມພົງ, ລັດຖະມົນຕີການຕ່າງປະເທດໄທ ເມື່ອບໍ່ດົນມານີ້, ຈາກນັ້ນ ທ່ານ ຟ້າມມິງຈິງ ສະເໜີ ໃຫ້ສອງຝ່າຍ ເພີ່ມທະວີ ການຮ່ວມມື ໃນບັນດາ ຂົງເຂດໃໝ່ ທີ່ມີຄວາມສາມາດ ບົ່ມຊ້ອນ ກ່ວາອີກຄື: ຫັນເປັນ ດີຈີຕອນ, ຫັນເປັນ ສີຂຽວ, ພະລັງງານ ທົດແທນ, ສະເໜີ ລັດຖະບານໄທ ສືບຕໍ່ ສ້າງຄວາມສະດວກ ໃຫ້ແກ່ ປະຊາຄົມ ຊາວຫວຽດນາມ ທຳມາຫາກິນ, ດຳລົງຊີວິດ ແລະ ເຮັດວຽກຢູ່ ໄທ. ສ່ວນ ທ່ານ ມາຣິດ ສະຫງຽມພົງ, ລັດຖະມົນຕີ ການຕ່າງປະເທດໄທ ຢັ້ງຢືນວ່າ: ສສ ຫວຽດນາມ ແມ່ນໜຶ່ງ ໃນບັນດາ ຄູ່ຮ່ວມມື ສຳຄັນ ແຖວໜ້າ ຂອງໄທ ຢູ່ພາກພື້ນ.ຂະນະທີ່ ໄທ ປາດຖະໜາຢາກ ຊຸກຍູ້ ບັນດາ ຂົງເຂດ ຮ່ວມມື ກ່ຽວກັບ ເສດຖະກິດ, ການທ່ອງທ່ຽວ, ການເຊື່ອມຈອດ ກໍ່ຄືເປີດກວ້າງ ໄປຍັງ ບັນດາ ຂົງເຂດ ຮ່ວມມືໃໝ່ ທີ່ມີຄວາມສາມາດ ບົ່ມຊ້ອນ ອື່ນໆ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here