Tuesday, February 25, 2025
Homeຂ່າວຕ່າງປະເທດສະພາຄວາມໝັ້ນຄົງ ສປຊ ຜ່ານມະຕິກ່ຽວກັບອູແກຣນ

ສະພາຄວາມໝັ້ນຄົງ ສປຊ ຜ່ານມະຕິກ່ຽວກັບອູແກຣນ

ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 24 ກຸມພານີ້, ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ (ສປຊ) ໄດ້ລົງຄະແນນສຽງຕໍ່ຮ່າງມະຕິ ກ່ຽວກັບບັນຫາອູແກຣນ ທີ່ສະເໜີ ໂດຍ ສ.ອາເມລິກາ. 10 ປະເທດ, ໃນນັ້ນ ລວມທັງ ສປ ຈີນ, ສ.ອາເມຣິກາ ແລະ ຣັດເຊຍ ໄດ້ປ່ອນບັດເຫັນດີ, ແລະ ບໍ່ອອກສຽງ 5 ບັດ. ມະຕິດັ່ງກ່າວໄດ້ຜ່ານການຮັບຮອງ. ມະຕິດັ່ງກ່າວ ທີ່ ສ.ອາເມລິກາ ສະເໜີຢູ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແມ່ນເປັນເອກະພາບກັນກັບຮ່າງມະຕິທີ່ສະເໜີ ຢູ່ສະມັດຊາໃຫຍ່ອົງການສະຫະປະຊາຊາດ ໃນກ່ອນໜ້ານີ້, ເນື້ອໃນແມ່ນຮຽກຮ້ອງໃຫ້ຍຸດຕິການປະທະກັນໂດຍໄວ ແລະ ເລັ່ງທວງຕື່ມອີກໃຫ້ອູແກຣນ ແລະ ຣັດເຊຍ ບັນລຸສັນຕິພາບຢ່າງຖາວອນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments