Tuesday, February 25, 2025
Homeຂ່າວຕ່າງປະເທດຜູ້ນຳ ສ.ອາເມລິກາ ຈະຂຶ້ນພາສີຕໍ່ແມັກຊິກ-ການາດາ ຕາມເວລາກໍານົດ

ຜູ້ນຳ ສ.ອາເມລິກາ ຈະຂຶ້ນພາສີຕໍ່ແມັກຊິກ-ການາດາ ຕາມເວລາກໍານົດ

ວິທະຍຸສາກົນແຫ່ງ ສປ ຈີນ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ໄດ້ກ່າວຢືນຢັນວ່າ: ຈະຂຶ້ນພາສີຕໍ່ແມັກຊິກແລະ ການາດາ ຕາມເວລາທີ່ກໍານົດ.ປັດຈຸບັນ ສ.ອາເມລິກາ ພວມຊຸກຍູ້ວຽກງານການຂຶ້ນພາສີຕາມແຜນການ ແລະ ມີຄວາມຄືບໜ້າໄວທີ່​ສຸດ. ກ່ອນໜ້ານີ້ ທ່ານ ໂດນັນ ທຣຳ ໄດ້ລົງນາມໃນລັດຖະດໍາລັດໂດຍໄດ້ອະນູມັດໃຫ້ຂຶ້ນພາສີ 25% ຕໍ່ຜະລິດຕະພັນທີ່ນໍາເຂົ້າຈາກແມັກຊິກ ແລະ ການາດາ, ໃນນັ້ນໄດ້ຂຶ້ນພາສີ 10% ຕໍ່ຜະລິດຕະພັນພະລັງງານຂອງການາດາ. ຈາກນັ້ນໄດ້ປະກາດໂຈະມາດຕະການຂຶ້ນພາສີຕໍ່ສອງປະເທດດັ່ງກ່າວເປັນເວລາ 30 ວັນ, ພ້ອມທັງຈະສືບຕໍ່ດໍາເນີນການເຈລະຈາ. ອີງຕາມຂໍ້ຕົກລົງດັ່ງກ່າວ, ມາດຕະການຂຶ້ນພາສີທີ່ກ່ຽວຂ້ອງ ຂອງ ສ.ອາເມລິກາ ຈະມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 4 ມີນາປີນີ້ເປັນຕົ້ນໄປ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments