Tuesday, February 25, 2025
Homeຂ່າວດ່ວນຜົນເສຍຫາຍເບື້ອງຕົ້ນຈາກເຫດໄຟໄໝ້ຢູ່ບ້ານພະຂາວ ເມືອງໄຊທານີ

ຜົນເສຍຫາຍເບື້ອງຕົ້ນຈາກເຫດໄຟໄໝ້ຢູ່ບ້ານພະຂາວ ເມືອງໄຊທານີ

ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານໃຫ້ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ຮູ້ວ່າ: ໃນເວລາ 5 ໂມງເຊົ້າ ຂອງວັນທີ 25 ກຸມພາ 2025 ໄດ້ເກີດເຫດໄຟໄໝ້ເຮືອນຂອງ ທ້າວ ນົບພະລັດ ພັນທະວົງ, ອາຍຸ 31 ປີ ອາຊີບຄ້າຂາຍ ຢູ່ບ້ານພະຂາວ ໜ່ວຍ 16 ເມືອງໄຊທານີ ນະຄອນຫລວງວຽງຈັນ, ເປັນເຮືອນວິນລາສອງຊັ້ນ.

ຜົນເສຍຫາຍເບື້ອງຕົ້ນ: ເຮືອນຖືກໄໝ້ໝົດຫລັງ, ເສຍຊິ ວິດ 1ຄົນ ຊື່ ນາງ ວິໄລຄຳ ອາຍຸ 31 ປີ, ອາຊີບຄ້າຂາຍ ເຊິ່ງເປັນເມຍເຈົ້າຂອງເຮືອນ ໂດຍເສຍຊິວິດຢູ່ໃນຫ້ອງນອນ ຊັ້ນ2.

ລົດມອດໄຟອອກດັບມອດໄຟທັງໝົດ 5 ຄັນ ນໍາໃຊກຳລັງພົນ 20 ຄົນ. ສ່ວນສາເຫດຂອງການເກີດອັກຄີໄພ ແລະ ຜົນເສຍຫາຍທັງໝົດທີ່ລະອຽດຊັດເຈນ ຍັງຢູ່ໃນຂັ້ນຕອນເກັບກໍາຂໍ້ມູນ ແລະ ສືບສວນຢູ່.

ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ສູນເສຍດ້ວຍ.

ພາບ-ຂ່າວເພຈ ຄວາມສະຫງົບ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments