Tuesday, February 25, 2025
Homeທຸລະກິດອຸດົມໄຊ ສົ່ງອອກຜົນຜະລິດກະສິກໍາ 800 ກ່ວາຕື້ກີບ

ອຸດົມໄຊ ສົ່ງອອກຜົນຜະລິດກະສິກໍາ 800 ກ່ວາຕື້ກີບ

ທ່ານ ສີວິໃສ ບຸນສະຫວັດ ຮອງຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊໄດ້ກ່າວຕໍ່ສື່ມວນຊົນ CMG ໃນໂອກາດເຂົ້າຮ່ວມກອງປະຊຸມຂະແໜງປູກຝັງທົ່ວປະເທດປະຈໍາປີ 2024, ຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດໃນວັນທີ 20 ກຸມພາ 2025 ວ່າ: ຕົວເລກສົ່ງອອກຜົນຜະລິດກະສິກໍາ ແລະ ປ່າໄມ້ຂອງແຂວງອຸດົມໄຊເມື່ອປີ 2024 ຜ່ານມາແມ່ນບັນລຸໄດ້ 800 ກວ່າຕື້ກີບ, ໃນນັ້ນ, ມີລາຍຮັບຈາກການປູກຝັງ, ລ້ຽງ ສັດ ກວມເອົາ 500 ກວ່າຕື້ກີບແລະເຄື່ອງປ່າຂອງດົງ 300 ກວ່າຕື້ກີບ.

ທ່ານ ສີວິໃສ ບຸນສະຫວັດ ກ່າວຕື່ມວ່າ: ອັນພົ້ນເດັ່ນໃນລະດູແລ້ງປີ 2024 ຜ່ານມາ ແຂວງອຸດົມໄຊໄດ້ມີຫຼາຍບໍລິສັດ ແລະ ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດໄດ້ມາລົງທຶນກ່ຽວກັບການປູກພືດລະດູແລ້ງ, ກາຍເປັນທ່າແຮງດ້ານເສດຖະກິດຂອງແຂວງ.ໃນນັ້ນສວ່ນໃຫຍ່ແມ່ນການລົງທຶນປູກຖົ່ວເຫຼືອງຝັກສົດ, ໝາກໂມ, ໝາກອຶ, ຢາສູບ, ຖົ່ວເບີ. ນອກນັ້ນກໍຍັງມີພືດທີ່ປູກໄດ້ຕະຫຼອດປີເຊັ່ນ: ກ້ວຍຫອມ, ປູກມອນລ້ຽງມ້ອນ, ປູກອ້ອຍ ແລະ ພືດສິນຄ້າອື່ນໆ. ສໍາລັບພືດເສດຖະກິດທີ່ສ້າງລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນພາຍໃນແຂວງແມ່ນສາລີ, ເຊິ່ງສາມາດປູກໄດ້ຢູ່ຫຼາຍເມືອງ ແລະມີລາຄາທີ່ໜ້າພໍໃຈ. ຜ່ານການຈັດຕັ້ງປະຕິບັດຕົວຈິງໃນປີຜ່ານມາ (2024) ສາມາດເຮັດໃຫ້ການຂະຫຍາຍຕົວຂອງຂະແຫນງກະສິກໍາ ແລະ ປ່າໄມ້ຂອງແຂວງ ບັນລຸ 7,13% ກວມເອົາ 34,99% ຂອງ GDP ຂອງແຂວງ.

ທ່ານ ສີວິໃສ ບຸນສະຫວັດ ໃຫ້ຮູ້ອີກວ່າ, ແຂວງອຸດົມໄຊມີເນື້ອທີ່ດິນກະສິກໍາທັງ ໝົດ 100.000 ກວ່າເຮັກຕາ, ໃນນັ້ນໄດ້ເລັ່ງໃສ່ການປູກພືດເປັນສິນຄ້າ, ເຊິ່ງໄລຍະຜ່ານມາແຂວງອຸດົມໄຊສາມາດສົ່ງພືດສິນຄ້າກະສິກໍາໄປຈີນທັງໝົດ 13 ຊະນິດ, ລວມມີສາລີແຂງ, ມັນຕົ້ນ, ໝາກກ້ວຍ, ເຂົ້າສານ, ໝາກໂມ, ມັນດ້າງ, ໝາກຖົ່ວເບີ, ໝາກຖົ່ວຍາວສົດ, ໝາກຖົ່ວເຫຼືອງຝັກສົດ, ໝາກພຸກ, ຢາຫົວ, ໂດຍສົ່ງສິນຄ້າຜ່ານທາງດ່ານສາກົນບໍ່ເຕ່ນ ແລະ ແຂວງຜົ້ງສາລີ.ນອກຈາກປູກພືດເພື່ອການສົ່ງ ອອກແລ້ວ,ແຂວງອຸດົມໄຊຍັງເລັ່ງໃສ່ການຜະລິດສະບຽງອາຫານຮັບໃຊ້ພາຍໃນເປັນຕົ້ນການລ້ຽງສັດ, ໂດຍການລົງທຶນຂອງນັກທຸລະກິດຈີນໃນການລ້ຽງໄກ່ແມ່ໄຂ່ປະ ມານ5ແສນໂຕຕໍ່ປີ, ຖ້າໂຄງການດັ່ງກ່າວສໍາເລັດແມ່ນຈະສາມາດຕອບສະໜອງໄຂ່ຢ່າງພຽງພໍໃຫ້ແກ່ພາກເໜືອຂອງລາວຢ່າງພຽງພໍ.

ມາຮອດປະຈຸບັນມີ 48 ບໍລິສັດຂອງນັກລົງທຶນຈີນຢູ່ແຂວງອຸດົມໄຊ ໄດ້ລົງທຶນໃສ່ໃນຂົງເຂດວຽກງານກະສິກໍາ ແລະ ປ່າໄມ້. ນອກນັ້ນຍັງມີຫົວໜ່ວຍ ລົງທຶນດ້ານກິດ ຈະການທົ່ວໄປ ( ການສົ່ງເສີມ ປູກຝັງ, ລ້ຽງສັດ ແລະ ເຄື່ອງປ່າຂອງດົງ) ເກືອບ 100 ຫົວໜ່ວຍ, ສໍາລັບວຽກງານພືດລະດູແລ້ງເປັນສິນຄ້າມີ 20 ກວ່າຫົວໜ່ວຍ. ພ້ອມນັ້ນ,ເພື່ອອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງແຂວງອຸດົມໄຊກຽມຈະຍົກລະ ດັບດ່ານທ້ອງຖິ່ນພູຫຼັກຄໍາເມືອງນາໝໍ້( ຊາຍແດນອຸດົມໄຊ-ຈີນ) ເພື່ອສາມາດເຄື່ອນຍ້າຍຜົນຜະລິດຈາກແຂວງອຸດົມໄຊໄປຍັງ ສປ ຈີນ ໄດ້ສະດວກຂຶ້ນ.

ທີ່ມາ: CMG FM93

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments