ຕາມຂ່າວຈາກນະຄອນຫລວງແບ໋ກແລ໋ງ, ວັນທີ24 ກຸມພານີ້ ພັກອະນຸລັກນິຍົມ (CDU) ໄດ້ຄະແນນສຽງຫລາຍທີ່ສຸດໃນການເລືອກຕັ້ງທົ່ວໄປ ຂອງເຢຍລະມັນ ແລະ ກຽມເປັນແກນນຳຈັດຕັ້ງລັດຖະບານດ້ວຍຄະແນນສຽງ 28,5%. ຂະນະທີ່ພັກຝ່າຍຂວາຈັດຕາມມາເປັນອັນດັບ 2 ແລະ ພັກລັດຖະບານຊຸດປັດຈຸບັນຕົກໄປຢູ່ທີ່ອັນດັບທີ 3. ດັ່ງນັນ ຈຶ່ງເຮັດໃຫ້ ຫົວໜ້າພັກຊີດີຢູ ກຽມຂຶ້ນດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຄົນໃໝ່ ຂອງເຢຍລະມັນ ແລະ ພ້ອມຈັດຕັ້ງຄະນະ ລັດຖະບານຊຸດໃໝ່ທັນທີ ພາຍຫລັງມີປະຊາຊົນອອກໄປໃຊ້ສິດລົງຄະແນນສຽງເລືອກຕັ້ງ ປະມານ 60 ລ້ານຄົນ ຈາກປະຊາກອນທັງໝົດ 84 ລ້ານຄົນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ