ສຳນັກຂ່າວສານຫວຽດນາມລາຍງານ ຫວ່າງບໍ່ດົນມານີ້, ອົງການການຄ້າໂລກ (WTO) ໃຫ້ຮູ້ວ່າ: ໄດ້ດຳເນີນການສົນທະນາກ່ຽວກັບຄວາມເຄັ່ງຕຶງດ້ານການຄ້າໃນປັດຈຸບັນ ແລະ ບັນດາການໂອ້ລົມສົນທະນາແມ່ນ ເປັນໄປແບບສ້າງສັນ.
ຂ່າວລະບຸວ່າ: ກ່າວຄຳເຫັນໃນກອງປະຊຸມຂ່າວທີ່ນະຄອນເຈນີວາ, ທ່ານນາງ ອິສເມວລາ ດຽງ ໂຄສົກຂອງ WTO ໃຫ້ຮູ້ວ່າ: ປະເທດສ່ວນຫຼາຍທີ່ເຂົ້າຮ່ວມການເຈລະຈາໄດ້ສະແດງຄວາມວິຕົກກັງວົນຕໍ່ຄວາມສ່ຽງທີ່ຈະເພີ່ມຄວາມເຄັ່ງຕຶງດ້ານການຄ້າ ແລະ ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດດ້ວຍການພິຈາລະນາຢ່າງລະອຽດ.
ບັນດາປະເທດກໍເນັ້ນໜັກເຖິງຄວາມສຳຄັນຂອງການຢຶດໝັ້ນຫຼັກການ ແລະ ຄຸນຄ່າຂອງ WTO ແລະ ຮຽກຮ້ອງໃຫ້ມີການກະທຳເພື່ອຮັກສາສະຖຽນລະພາບ ແລະ ປະສິດທິຜົນຂອງລະບົບການຄ້າໂລກ.