Monday, February 24, 2025
Homeຂ່າວພາຍໃນກອງປະຊຸມສະຫຼຸບວຽກງານຂອງສານປະຊາຊົນ ໃຕ້ຄຳຂວັນ “ຍົກສູງຄຸນນະພາບບໍລິຫານສານ-ບໍລິຫານຄະດີ ໃຫ້ມີຄວາມໂປ່ງໃສ, ວ່ອງໄວ ແລະ ມີຄຸນນະພາບ”

ກອງປະຊຸມສະຫຼຸບວຽກງານຂອງສານປະຊາຊົນ ໃຕ້ຄຳຂວັນ “ຍົກສູງຄຸນນະພາບບໍລິຫານສານ-ບໍລິຫານຄະດີ ໃຫ້ມີຄວາມໂປ່ງໃສ, ວ່ອງໄວ ແລະ ມີຄຸນນະພາບ”

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ຂອງສານປະຊາຊົນ ພາຍໃຕ້ຄຳຂວັນ “ຍົກສູງຄຸນນະພາບບໍລິຫານສານ-ບໍລິຫານຄະດີ ໃຫ້ມີຄວາມໂປ່ງໃສ, ວ່ອງໄວ ແລະ ມີຄຸນນະພາບ” ໄດ້ຈັດຂຶ້ນວັນທີ 20-21 ກຸມພາ 2025, ເປັນປະທານໂດຍ ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ມີຮອງປະທານສານປະຊາຊົນສູງສຸດ, ປະທານສານປະຊາຊົນພາກ, ແຂວງ, ນະຄອນຫຼວງ, ເຂດ ແລະ ສານທະຫານໃນຂອບເຂດທົ່ວປະເທດ ພ້ອມດ້ວຍແຂກຮັບເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ຂອງສານປະຊາຊົນ ໂດຍຍົກໃຫ້ເຫັນໄລຍະໜຶ່ງປີຜ່ານມາ, ຄະນະນຳສານປະຊາຊົນ ແລະ ສານທະຫານ ໄດ້ເອົາໃຈໃສ່ຊຸກຍູ້ຢ່າງໃກ້ຊິດຕິດແທດໃຫ້ຜູ້ພິພາກສາ, ພະນັກງານ-ລັດຖະກອນ ສຸມພິຈາລະນາແກ້ໄຂຄະດີ 3 ຂັ້ນສາມາດແກ້ໄຂໄດ້ ຄື:

– ຄະດີຂັ້ນຕົ້ນ (ສານປະຊາຊົນເຂດ, ສານປະຊາຊົນແຂວງ ແລະ ສານທະຫານ) ແກ້ໄຂໄດ້ ມີຄື: ຄະດີອາຍາ ແກ້ໄຂໄດ້ 83,99%, ຄະດີແພ່ງ ແກ້ໄຂໄດ້ 60,35%, ຄະດີການຄ້າ ແກ້ໄຂໄດ້ 26,52%, ຄະດີຄອບຄົວ ແກ້ໄຂໄດ້ 55,48%, ຄະດີເດັກ ແກ້ໄຂໄດ້ 78,91%, ຄະດີແຮງງານ ແກ້ໄຂໄດ້ 47,61%, ຄະດີປົກຄອງ ແກ້ໄຂໄດ້ 40%, ສານທະຫານພາກ ແກ້ໄຂໄດ້ 93,50%, ຕັດສິນຄະດີໄປແລ້ວ ມີການຂໍອຸທອນ 11,21% ຂອງຄະດີທີ່ໄດ້ແກ້ໄຂເປັນຂັ້ນຕົ້ນ.

– ຄະດີຂັ້ນອຸທອນ (ສານປະຊາຊົນ ແຂວງ, ສານພາກ ແລະ ສານທະຫານຂັ້ນສູງ) ແກ້ໄຂໄດ້ ມີ: ຄະດີອາຍາ ແກ້ໄຂໄດ້ 46,59%, ຄະດີແພ່ງ ແກ້ໄຂໄດ້ 39,09%, ຄະດີການຄ້າ ແກ້ໄຂໄດ້ 6,00%, ຄະດີຄອບຄົວ ແກ້ໄຂໄດ້ 46,26%, ຄະດີແຮງງານ ແກ້ໄຂໄດ້ 18,18%, ຄະດີເດັກ (ສານປະຊາຊົນພາກ) ແກ້ໄຂໄດ້ 94,16%, ສານທະຫານຂັ້ນສູງ ແກ້ໄຂໄດ້ 57,14%.

– ຄະດີຂັ້ນລົບລ້າງ (ສານປະຊາຊົນພາກ) ແກ້ໄຂໄດ້ແຕ່ລະປະເພດຂອງຄະດີ ມີ: ຄະດີອາຍາ ແກ້ໄຂໄດ້ 55%, ຄະດີແພ່ງ ແກ້ໄຂໄດ້ 29,41%, ຄະດີຄອບຄົວ ແກ້ໄຂໄດ້ 28,57%, ຄະດີແຮງງານ ແກ້ໄຂໄດ້ 50%.

– ຄະດີຂັ້ນລົບລ້າງ (ສານປະຊາຊົນສູງສຸດ) ແກ້ໄຂໄດ້ ແຕ່ລະປະເພດຂອງຄະດີ ມີ: ຄະດີອາຍາ ແກ້ໄຂໄດ້ 92,40%, ຄະດີແພ່ງ ແກ້ໄຂໄດ້ 76,06 %, ຄະດີການຄ້າ ແກ້ໄຂໄດ້ 92,85%, ຄະດີຄອບຄົວ ແກ້ໄຂໄດ້ 97,07%, ຄະດີເດັກ ແກ້ໄຂໄດ້ 100%, ຄະດີແຮງງານ ແກ້ໄຂໄດ້ 100%.

ນອກຈາກນັ້ນ, ສານປະຊາຊົນສູງສຸດ ໄດ້ພິຈາລະນາຄໍາສະເໜີຮື້ຟື້ນຄະດີ ໄດ້ 75,32% ໃນປີ 2025 ແມ່ນໄດ້ວາງທິດທາງແຜນການດ້ານການພິຈາລະນາແກ້ໄຂຄະດີ ຈະສືບຕໍ່ຄົ້ນຄວ້າພິຈາລະນາຕັດສິນ, ພິພາກສາຄະດີ ຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ່, ເປັນທຳ ໃຫ້ບັນລຸຕາມຄາດໝາຍ ເຊັ່ນ: ຄະດີອາຍາ ບັນລຸໄດ້ 90% ຂຶ້ນໄປ; ຄະດີແພ່ງ ແລະ ຄະດີການຄ້າ ໃຫ້ບັນລຸ ໄດ້ 75% ຂຶ້ນໄປ; ຄະດີຄອບຄົວ, ແຮງງານ, ເດັກ, ປົກຄອງ ບັນລຸໄດ້ 85% ຂຶ້ນໄປ; ອັດຕາຂໍອຸທອນບໍ່ໃຫ້ເກີນ 15%.

(ຂ່າວ: ບຸນເຫຼືອ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments