ງາາມະຫະກໍາບຸນຊ້າງທີ່ ແຂວງໄຊຍະບູລີ ຄັ້ງທີ 18 ເປີດຂຶ້ນ ຢ່າງເປັນທາງການ ໃນວັນທີ 22 ກຸມພາ 2025 ນີ້ ຢູ່ເດີ່ນສະໝາມຫລວງຂອງແຂວງໄຊຍະບູລີ ໂດຍມີຊ້າງທັງໝົດ 50 ໂຕ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມພັນລະຍາ, ມີ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເຈົ້າແຂວງໄຊຍະບູລີ ພ້ອມພັນລະຍາ, ມີການນໍາພັກ-ລັດຂັ້ນສູນກາງ ແລະ ແຂວງ, ແຂກທັງພາຍໃນ ແລະ ຕ່າງປະເທດ, ພ້ອມດ້ວຍມວນຊົນພາຍໃນແຂວງໄຊຍະບູລີ ເຂົ້າຮ່ວມ.

ໃນພິທີເປີດງານມະຫະກໍາບຸນຊ້າງປີນີ້ມີຫລາຍກິດຈະກຳ ເລີ່ມຕົ້ນ ດ້ວຍບົດຟ້ອນ 8 ເຜົ່າ, ຟ້ອນບຸນຄຸນຊ້າງ, ຟ້ອນຊົມເຊີຍມະຫະກໍາບຸນຊ້າງ ແລະ ຟ້ອນກ້ອນກໍາລັງ 1.800 ນ້ອງ; ກອງດຸລິຍາງ, ຂະບວນທຸງຊາດ, ຂະບວນທຸງທິວ, ຂະບວນປ້າຍມະຫະກໍາບຸນຊ້າງ ປະຈຳປີ 2025, ຂະບວນປ້າຍບຸນຊ້າງ, ຂະ ບວນປ້າຍທ່ອງທ່ຽວ, ຂະບວນພາຂວັນຊ້າງ, ເຖົ້າແກ່ແນວໂຮມ, ຂະບວນຕາງໜ້າ 8 ເຜົ່າ, ຂະບວນກ້ອນແຫ່ຂອງ 11 ເມືອງ, ລໍາມວຍລາຍລາວ, ຂະບວນຊ້າງ ປະສານສຽງເປົ່າສະໄນ 50 ໂຕ, ຊ້າງຈັບປ້າຍຄຳຂວັນຍິນດີຕ້ອນຮັບສູ່ມະຫະກຳບຸນຊ້າງ ປະຈຳປີ 2025 ຈຳນວນ 2 ໂຕ, ຂະບວນຊ້າງອອກເສິກ 10 ໂຕ, ຂະບວນຊ້າງທ່ອງທ່ຽວ 10 ໂຕ, ຂະບວນຊ້າງລຳລຽງ 10 ໂຕ, ຂະບວນຊ້າງແຫ່ 5 ໂຕ, ຂະບວນຊ້າງຄຳຮູ້ 13 ໂຕ, ບາສີສູ່ຂວັນຊ້າງ, ຊົມການສະແດງກິດຈະກໍາຂອງຊ້າງຄຳຮູ້ຄື: ຊ້າງຂໍ່ານັບແຂກ, ຊ້າງຊັກທຸງຊາດ, ຊ້າງມອບຊໍ່ດອກໄມ້, ການສະແດງເຄື່ອງອຸປະກອນຂອງຊ້າງ, ການໃຊ້ພາສາຄຳເວົ້າ ຂອງຄວານຊ້າງ ກັບຊ້າງ, ຊ້າງຢືນຍົກ 2 ຂາໜ້າ, ຊ້າງນັ່ງຍົກ 2 ຂາໜ້າ, ຊ້າງເຕັ້ນໃສ່ສຽງແຄນ, ກອງ ແລະ ແຊ່ງ, ຊ້າງຟ້ອນລຳວົງ, ຊ້າງແກວ່ງບ້ວງ, ຊ້າງຊັດໝາກປູມເປົ້າ, ຊ້າງໂຍນບານບ້ວງ, ຊ້າງພູ່ນໍ້າ, ຊ້າງໃຫຍ່ຍ່າງແຂ່ງກັນ, ຊ້າງນ້ອຍຍ່າງແຂ່ງກັນ, ຊ້າງໃສ່ໝວກໃຫ້ຄົນ, ຊ້າງກິ້ງຟຸຍ, ຊ້າງອູ້ມຄົນ, ຊ້າງຈັບງວງກັນໃຫ້ຄົນຂີ່, ຊ້າງເຕະບານ, ຊ້າງແຕ້ມຮູບ, ການດູແລສຸຂະພາບຊ້າງ ແລະ ຊ້າງແກວ່ງລິບບິນ.

ງານມະຫະກໍາບຸນຊ້າງໃນແຕ່ລະມື້ຈະເປີດໃຫ້ແຂກໄດ້ມາຊົມການ ສະແດງຂອງຊ້າງຄຳຮູ້, ບໍລິການຂີ່ຊ້າງ, ທ່ຽວຊົມຕະຫລາດນັດວາງສະແດງສິນຄ້າ ແລະ ຊົມການສະແດງສິລະປະວັນນະຄະດີ ຂອງນ້ອງນັກຮຽນອ້ອມຂ້າງແຂວງ ແລະ ເມືອງ, ການສະແດງຄອນເສີດ, ເຂົ້າຊົມແຫລ່ງທ່ອງທ່ຽວສູນອະນຸລັກຊ້າງພູແຄນ ແລະ ທ່ອງທ່ຽວພາຍໃນເທສະບານແຂວງ ຕາມສະຖານທີ່ທ່ອງທ່ຽວຕ່າງໆ.
ຂ່າວ: ມະໄລວັນ