Monday, February 24, 2025
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ 3 ປະເທດລາວ-ຫວຽດນາມ-ກຳປູເຈຍ ຫາລືການຜັນຂະຫຍາຍຜົນການພົບປະຜູ້ນຳສູງສຸດ 3 ພັກ

ນາຍົກລັດຖະມົນຕີ 3 ປະເທດລາວ-ຫວຽດນາມ-ກຳປູເຈຍ ຫາລືການຜັນຂະຫຍາຍຜົນການພົບປະຜູ້ນຳສູງສຸດ 3 ພັກ

ວັນທີ 22 ກຸມພາ 2025 ຜ່ານມາ, ໂດຍສືບຕໍ່ຜົນຂອງການພົບປະ ລະຫວ່າງ 3 ຜູ້ນຳສູງສຸດ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ ຢູ່ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ ແລະ ທັງເປັນການຜັນຂະຫຍາຍທິດຊີ້ນຳ ຂອງຜູ້ນຳສູງສຸດສາມພັກ ລາວ-ຫວຽດນາມ-ກຳປູເຈຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຮຸນມາເນັດ ນາຍົກລັດ ຖະມົນຕີແຫ່ງຣາຊານະຈັກກຳປູເຈຍ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືແລກປ່ຽນຢ່າງເລິກເຊິ່ງ ກ່ຽວກັບເນື້ອໃນ ຈິດໃຈ ແລະ ທິດຊີ້ນຳຂອງ 3 ຜູ້ນຳສູງສຸດ ຂອງ 3 ພັກ.

ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ທັງ 3 ໄດ້ສະແດງເຫັນດີເປັນເອກະພາບໃນການຫັນເອົາທິດ ຊີ້ນຳຂອງຜູ້ນຳສູງສຸດຂອງສາມພັກ ເປັນວຽກລະອຽດ ເພື່ອຊີ້ນຳລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງແຕ່ລະເທດ ນຳໄປຈັດຕັ້ງຜັນຂະຫຍາຍທິດນຳຂອງຜູ້ນຳສູງສຸດຂອງສາມພັກ ໃຫ້ປາກົດຜົນເປັນຈິງ, ສະແດງຄວາມປິຕິຊົມຊື່ນທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງ 3 ປະເທດ ຍາມໃດກໍໄດ້ຮັບການຊຸກຍູ້ຈາກບັນ ດາການນຳຂັ້ນສູງ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ 3 ປະເທດ, ພວມມີບາດກ້າວພັດທະນາຢ່າງ ຕັ້ງໜ້າ, ປະກອບສ່ວນແທດຈິງເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືຂອງ 3 ປະເທດນັບ ມື້ນັບພັດທະນາ. ບັນດາການນຳໄດ້ເນັ້ນໜັກເຖິງຄວາມສຳຄັນທາງຍຸດທະສາດ ຂອງສາຍພົວພັນມິດຕະພາບອັນສະ ໜິດສະໜົມ, ຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງ 3 ປະເທດ.

ນາຍົກລັດຖະມົນຕີ ທັງ 3 ປະເທດໄດ້ຢືນຢັນວ່າ: ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ການປະສານ ສົມທົບລະຫວ່າງ 3 ປະເທດຮັກສາການພົບປະຂັ້ນສູງເປັນປະຈຳ ແລະ ການຕິດຕໍ່ພົວພັນໃນທຸກຂົງເຂດ, ເພີ່ມທະ ວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ພິເສດແມ່ນບັນດາແຂວງທີ່ມີຊາຍແດນຮ່ວມກັນ ແລະ ການພົບປະແລກ ປ່ຽນປະຊາຊົນ; ຜັນຂະຫຍາຍບັນດາກົນໄກ ແລະ ຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ, ເພີ່ມທະວີການແລກປ່ຽນຂໍ້ ມູນຂ່າວສານ, ທັດສະນະ ແລະ ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ; ສືບຕໍ່ເພີ່ມທະວີການຮ່ວມມື ດ້ານປ້ອງກັນຄວາມສະຫງົບ, ປ້ອງກັນຊາດ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປົກປັກຮັກສາຄວາມສະຫງົບຢູ່ເຂດ ຊາຍແດນ, ສະກັດກັ້ນອາຊະຍາກຳຂ້າມຊາດເຊັ່ນ: ການຄ້າຢາເສບຕິດ, ການຄ້າມະນຸດ, ການຟອກເງິນ; ຍຶດໝັ້ນ ຫລັກການບໍ່ໃຫ້ບຸກຄົນ ຫລື ກຳລັງໃດໜຶ່ງ ນຳໃຊ້ຜືນແຜ່ນດິນຂອງປະເທດໜຶ່ງ ສ້າງຄວາມເສຍຫາຍຕໍ່ຄວາມໝັ້ນຄົງ ຂອງປະເທດໜຶ່ງ, ຮ່ວມມືກັນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ການພັດທະນາ;ນາຍົກລັດຖະມົນຕີທັງ 3 ສະຫາຍ ຍັງໄດ້ເຫັນດີສືບຕໍ່ມີບັນດານະໂຍບາຍ, ມາດຕະການເພື່ອອຳນວຍຄວາມສະ ດວກ, ຊຸກຍູ້ການຄ້າ ແລະ ການລົງທຶນຕື່ມອີກ. ໃນນັ້ນ, ມີການຄ້າຊາຍແດນ ແລະ ຊຸກຍູ້ລະບົບດ່ານຊາຍແດນທາງ ບົກລະຫວ່າງ 3 ປະເທດ; ເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ ແລະ ການເຊື່ອມຕໍ່ເສດຖະກິດ ຂອງ 3 ປະເທດ; ສະແດງຄວາມຊົມເຊີຍ ແລະ ເຫັນດີສ້າງຕັ້ງກົນໄກຮ່ວມມືຂອງສາມລັດຖະມົນຕີວ່າການກະຊວງ ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອເປັນເອກະພາບແຜນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ 3 ປະເທດ, ປະຕິບັດຮູບແບບການທ່ອງທ່ຽວ “ໜຶ່ງເສັ້ນທາງ, ສາມຈຸດໝາຍ”. ເຫັນດີເປັນເອກະພາບສົມທົບກັນຮັກສາຄວາມ ສາມັກຄີ ແລະ ຫລັກໝັ້ນ, ຮ່ວມກັນຊຸກຍູ້ບົດບາດການເປັນໃຈກາງຂອງ ອາຊຽນ ໃນບັນດາບັນຫາພາກພື້ນ ແລະ ບັນຫາ ພາກພື້ນສາມຝ່າຍມີຄວາມສົນໃຈຮ່ວມກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments