Home ຂ່າວຕ່າງປະເທດ ຣັດເຊຍ ຈັດກອງປະຊຸມຄົບຄະນະເວທີປາໄສເຕັກໂນໂລຢີ ອະນາຄົດ ປີ 2025

ຣັດເຊຍ ຈັດກອງປະຊຸມຄົບຄະນະເວທີປາໄສເຕັກໂນໂລຢີ ອະນາຄົດ ປີ 2025

0
6

ວິທະຍຸກະຈາຍສຽງຫວຽດນາມ, ກອງປະຊຸມຄົບຄະນະຂອງເວທີປາໄສເຕັກໂນໂລຢີ ອະນາຄົດປີ 2025 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້, ຢູ່ມົດສະກູ, ທ່ານ ວາລາດີເມຍ ປູຕິນ (Vladimir Putin), ປະທານາທິບໍດີຣັດເຊຍ ຢັ້ງຢືນວ່າ: ປີນີ້ເວທີປາໄສ ມີຫົວຂໍ້ “ວັດສະດຸໃໝ່ ແລະ ເຄມີສາດ” ແລະ ເພື່ອກາຍເປັນປະເທດນຳໜ້າ ໃນບັນດາຂົງເຂດພັດທະນາວິທະຍາສາດ ແລະ ເຕັກໂນໂລຢີສຳຄັນ. ຫລັງຈາກຣັດເຊຍ ຕ້ອງບັນລຸໄດ້ທີ່ຕັ້ງອັນພົ້ນເດັ່ນໃນຂະແໜງເຄມີສາດ ແລະ ພັດທະນາວັດສະດຸໃໝ່. ທ່ານ ປະທານາທິບໍດີຣັດເຊຍ ໄດ້ເນັ້ນໜັກວ່າ: ຣັດເຊຍ ຕ້ອງສ້າງຫລາຍລະບົບຜະລິດເຕັກໂນໂລຢີ, ສ້າງບັນດາໂຮງງານໃໝ່ ເພື່ອສາມາດຜະລິດບັນດາຜະລິດຕະພັນປຸງແຕ່ງເລິກດ້ວຍຕົນເອງ; ມີວິທີການສຳຜັດຍຸດທະສາດ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ, ນັກລົງທຶນເຂົ້າໃນພື້ນຖານ ໂຄງລ່າງວິທະຍາສາດ ແລະ ເຕັກໂນໂລຢີ; ພ້ອມດຽວກັນນັ້ນ, ຕ້ອງສ້າງລະບົບ ບຳລຸງສ້າງຊັບພະຍາກອນມະນຸດໃນຂົງເຂດເຄມີສາດຢູ່ທຸກຂັ້ນ. ຣັດເຊຍ ຕ້ອງຮັບປະກັນທ່າໄດ້ປຽບໃຫ້ແກ່ ບັນດາບໍລິສັດ ຜະລິດພາຍໃນປະເທດ; ຫລຸດຜ່ອນເວລາພັດທະນາ ແລະ ຜັນຂະຫຍາຍບັນດາວັດສະດຸໃໝ່ ແຕ່ 50 ປີ ລົງເຫລືອພຽງ 2–3 ປີໃນອະນາຄົດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here