Saturday, February 22, 2025
Homeຂ່າວການເມືອງກຳແໜ້ນແນວທາງ ແລະ ເປັນເຈົ້າການເພີ່ມທະວີການຮ່ວມມືກັບຕ່າງປະເທດ

ກຳແໜ້ນແນວທາງ ແລະ ເປັນເຈົ້າການເພີ່ມທະວີການຮ່ວມມືກັບຕ່າງປະເທດ

ຕະຫຼອດໄລຍະ 70 ປີ ແຫ່ງການກຳເນີດເກີດຂຶ້ນຂອງ ພັກປະຊາຊົນ ປະຕິວັດລາວ, ພັກໄດ້ນໍາພາທຸກໄຊຊະນະຂອງການປະຕິວັດລາວ, ນໍາພາ ແລະ ຍາດເອົາຜົນສຳເລັດໃຫຍ່ຫຼວງຮອບດ້ານໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ນັ້ນ, ພັກໄດ້ນໍາພາເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ ຊຶ່ງພັກໄດ້ກຳນົດນະໂຍບາຍການຕ່າງປະເທດ ທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດເຮົາ, ສະພາບການພາກພື້ນ ແລະ ສາກົນໃນແຕ່ລະໄລຍະ ຖືວຽກງານການພົວພັນຮ່ວມມືກັບຕ່າງປະເທດ ມີບົດບາດສຳຄັນ ແລະ ຈໍາເປັນຢ່າງຮອບດ້ານຕໍ່ຍຸດທະສາດຂອງພັກ; ສະນັ້ນ, ການກຳແໜ້ນແນວທາງ ແລະ ເປັນເຈົ້າການເພີ່ມທະວີການຮ່ວມມືກັບຕ່າງປະເທດ ຈຶ່ງເປັນສິ່ງສຳຄັນທີ່ພວກເຮົາຕ້ອງໄດ້ພ້ອມກັນເອົາໃຈໃສ່ຕາມພາລະບົດບາດຂອງຕົນ ເພື່ອປະກອບສ່ວນໃຫ້ບັນລຸເປົ້າໝາຍຍຸດທະສາດຂອງພັກ-ລັດເຮົາ.

ໃນວາລະຂອງກອງປະຊຸມສຳມະນາວິທະຍາສາດ ສະເຫຼີມສະຫຼອງວັນສ້າງຕັ້ງ ພັກ ປປລ ຄົບຮອບ 70 ປີ, ພາຍໃຕ້ຫົວຂໍ້ “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ” ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ສະໂມສອນຂອງຄະນະໂຄສະນາອົບຮົມສູນກາງພັກ; ສະຫາຍ ສະເຫຼີມໄຊ ທະນົງສັກ ກຳມະການຄະນະພັກ ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຂຶ້ນສະເໜີບົດສຳມະນາວິທະຍາສາດ ຫົວຂໍ້ “ພັກນໍາພາເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ” ຊຶ່ງຍົກໃຫ້ເຫັນບົດບາດ ແລະ ຄວາມຈໍາເປັນຂອງວຽກງານດັ່າງກ່າວໃຫ້ຮູ້ວ່າ: ເມື່ອຫວນຄືນຂະບວນແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ພັກ ປປ ລາວ ຕະຫຼອດໄລຍະ 70 ປີຜ່ານມາ ທີ່ຕິດພັນກັບການນໍາພາ-ຊີ້ນໍາຂອງພັກ ໃນການເຄື່ອນໄຫວວຽກງານການຕ່າງປະເທດ, ສາມາດເວົ້າໄດ້ວ່າວຽກງານການຕ່າງປະເທດ ໄດ້ມີບົດບາດສຳຄັນໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດ, ສິດເສລີພາບ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປະຊາຊົນລາວບັນດາເຜົ່າ ແລະ ມີບົດບາດສຳຄັນປະກອບສ່ວນເຂົ້າໃນການບູລະນະ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.

ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ I ຫາຄັ້ງທີ III ຂອງພັກ, ເຖິງວ່າປະເທດເຮົາ ໄດ້ມີສາຍພົວພັນຮ່ວມມືກັບຕ່າງປະເທດ 40 ກວ່າປະເທດໃນໂລກ, ແຕ່ການພົວພັນດັ່ງກ່າວ ຍັງບໍ່ເລິກເຊິ່ງ, ກວ້າງຂວາງ ແລະ ຮອບດ້ານ ບວກກັບທ່າອ່ຽງລວມຂອງສະພາບການຂອງໂລກ ມີການຜັນແປຢ່າງສັບສົນ, ວ່ອງໄວ ແລະ ມີຜົນກະທົບຈາກການປະຕິວັດທາງດ້ານວິທະຍາສາດ-ເຕັກໂນໂລຊີ, ກຳລັງການຜະລິດ ນັບມື້ນັບມີການຂະຫຍາຍຕົວ ແລະ ມີລັກສະນະສາກົນ ແລະ ບໍ່ສາມາດປິດລ້ອມຕົນເອງໄດ້; ພັກ-ລັດເຮົາ ເລັງເຫັນໄດ້ເຖິງບົດບາດ ແລະ ຄວາມຈໍາເປັນຮີບດ່ວນ ຕໍ່ວຽກງານພົວພັນຮ່ວມມືກັບຕ່າງປະເທດ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ຊ່ວຍເຫຼືອດ້ານຕ່າງໆ ຈາກເພື່ອນມິດສາກົນ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ດ້ວຍເຫດນັ້ນ, ພັກ-ລັດເຮົາ ຈຶ່ງມີຄວາມສະດຸ້ງໄວ ປັບຕົວໄປຕາມກະແສການປ່ຽນແປງຂອງໂລກ ແລະ ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ ໂດຍກຳນົດແນວທາງປ່ຽນແປງໃໝ່ ໃນກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ໃນປີ 1986 ຊຶ່ງປະທານ ໄກສອນ ພົມວິຫານ ກໍໄດ້ໃຫ້ທິດຊີ້ນໍາວ່າ: “ໃນສູ່ມື້ນີ້ ການສຳພັນກັນ, ການຮ່ວມມືກັນ ລະຫວ່າງ ບັນດາປະເທດໃນແຕ່ລະພາກພື້ນ ໄດ້ກາຍເປັນທ່າອ່ຽງຂອງຍຸກສະໄໝ. ພ້ອມນັ້ນ, ພວກເຮົາກໍຕ້ອງຮູ້ເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດພວມພັດທະນາ, ກັບອົງການຈັດຕັ້ງສາກົນ ແລະ ນັບທັງບັນດາປະເທດທຶນນິຍົມ ບົນພື້ນຖານຮັບປະກັນເອກະລາດ, ອະທິປະໄຕຂອງກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ເຮັດໄດ້ຄືແນວນັ້ນ ແມ່ນພວກເຮົາຮູ້ສົມທົບທ່າແຮງຂອງປະເທດເຮົາ ກັບກຳລັງແຮງຂອງຍຸກສະໄໝ ເພື່ອນໍາໃຊ້ບັນດາຜົນສຳເລັດທາງດ້ານເສດຖະກິດ, ວິທະຍາສາດ-ເຕັກນິກ, ນໍາໃຊ້ບັນດາຂໍ້ສະດວກ ແນໃສ່ຂຸດຄົ້ນ ແລະ ຂະຫຍາຍທ່າແຮງທີ່ດີຂອງປະເທດເຮົາ”.

ປັດຈຸບັນ, ສປປ ລາວ ມີສາຍພົວພັນການທູດກັບ 149 ປະເທດ, ມີສຳນັກງານຜູ້ຕາງໜ້າການທູດຂອງ ສປປ ລາວ ຢູ່ຕ່າງປະເທດ 42 ແຫ່ງ, ມີສຳນັກງານຕາງໜ້າຂອງຕ່າງປະເທດ ປະຈໍາຢູ່ ສປປ ລາວ 33 ແຫ່ງ, ສ້າງຕັ້ງສະມາຄົມມິດຕະພາບກັບ 18 ປະເທດ; ພົວພັນກັບພັກການເມືອງຫຼາຍກວ່າ 140 ພັກ ແລະ ພົວພັນດ້ານເສດຖະກິດກັບຫຼາຍກວ່າ 50 ປະເທດ. ທັງໝົດນັ້ນ, ໄດ້ສ້າງໂອກາດ ແລະ ກຳລັງແຮງໃໝ່ໃຫ້ແກ່ການພັດທະນາ ເຮັດໃຫ້ບົດບາດ ແລະ ອິດທະພົນຂອງປະເທດເຮົາ ນັບມື້ນັບສູງຂຶ້ນໃນເວທີສາກົນ. ແຕ່ເຖິງຢ່າງໃດກໍຕາມ, ເພື່ອແນໃສ່ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ ໃຫ້ຖືກຕ້ອງສອດຄ່ອງກັບສະພາບການສາກົນ ແລະ ພາກພື້ນທີ່ມີການຜັນແປແຕ່ລະໄລຍະ, ສາມາດຮັກສາການສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງລະບອບປະຊາທິປະໄຕຕາມຈຸດໝາຍສັງຄົມນິຍົມ, ຍາດແຍ່ງໄດ້ການສະໜັບສະໜູນຊ່ວຍເຫຼືອໃນການພັດທະນາເສດຖະກິດ ແລະ ການຊ່ວຍເຫຼືອກອື່ນໆຢ່າງກວ້າງຂວາງ ເຮັດໃຫ້ ສປປ ລາວ ນັບມື້ນັບມີບົດບາດພົ້ນເດັ່ນສູ່ເວທີພາກພື້ນ ແລະ ສາກົນ ແມ່ນຕ້ອງກຳແໜ້ນແນວທາງ ແລະ ເປັນເຈົ້າການເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດ ເປັນຕົ້ນແມ່ນເອົາໃຈໃສ່ຄື:

1). ຕ້ອງກຳແໜ້ນທິດນໍາຂອງພັກ-ລັດເຮົາ ກ່ຽວກັບວຽກງານການຕ່າງປະເທດ, ບັນດາຈຸດໝາຍຍຸດທະສາດລວມ, ຍຸດໂທບາຍ ແລະ ຫຼັກການພົວພັນຮ່ວມມືກັບຕ່າງປະເທດຂອງພັກ, ຢຶດໝັ້ນການເຄົາລົບເອກະລາດ, ອະທິປະໄຕ ແລະ ບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນ ແລະ ກັນ, ຮ່ວມມືກັນແບບສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍດ;

2). ສະໜັບສະໜູນການແກ້ໄຂຂໍ້ຂັດແຍ່ງ ແລະ ຂໍ້ພິພາດ ລະຫວ່າງປະເທດດ້ວຍສັນຕິວິທີ, ບໍ່ເຫັນດີນໍາວິທີແກ້ໄຂດ້ວຍກຳລັງ ຫຼື ການຂົ່ມຂູ່ດ້ວຍອາວຸດ, ຄັດຄ້ານຕໍ່ການໃຊ້ຂໍ້ອ້າງຕ່າງໆ ເພື່ອແຊກແຊງເຂົ້າວຽກງານພາຍໃນ ຫຼື ຮຸກຮານປະເທດອື່ນ;

3). ສະໜັບສະໜູນການສ້າງລະບຽບການສາກົນໃໝ່ດ້ານການເມືອງ ແລະ ເສດຖະກິດທີ່ເປັນທໍາ, ສົມເຫດສົມຜົນ ບົນພື້ນຖານ 5 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ, ກົດບັດສະຫະປະຊາຊາດ, ກົດໝາຍສາກົນ ແລະ ກົດບັດອາຊຽນ;

4). ຫັນການເຄື່ອນໄຫວການທູດແບບລວມໆ ໄປສູ່ການທູດທີ່ໃຫ້ຄວາມສຳຄັນແກ່ການຮ່ວມມືເສດຖະກິດ ເພື່ອຍາດແຍ່ງເອົາທຶນຮອນ, ເຕັກນິກ-ເຕັກໂນໂລຊີ ແລະ ບົດຮຽນໃນດ້ານຕ່າງໆ ເຂົ້າໃນການພັດທະນາປະເທດຊາດ; ເອົາການພົວພັນດ້ານການເມືອງ, ການທູດ ແລະ ການພົວພັນຮ່ວມມືດ້ານເສດຖະກິດກັບສາກົນ ຕິດແໜ້ນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;

5). ເຊີດຊູບົດບາດບັນດາຂະແໜງການຕ່າງໆຢູ່ພາຍໃນປະເທດ ໂດຍສະເພາະອົງການທີ່ປະຕິບັດໜ້າທີ່ເປັນເສນາທິການດ້ານການຕ່າງປະເທດ ທັງສາຍພັກ ແລະ ສາຍລັດ ເພີ່ມທະວີຄວາມເປັນເຈົ້າການໃນການປະຕິບັດຍຸດທະສາດ, ຍຸດໂທບາຍ ກໍຄືແນວທາງການຕ່າງປະເທດຂອງພັກ.

ທັງໝົດນັ້ນ, ແມ່ນບາງດ້ານທີ່ຕ້ອງເອົາໃຈໃສ່ ຊຶ່ງນອກຈາກທີ່ກ່າວມາຂ້າງເທິງນີ້ກໍຍັງມີຫຼາຍໆດ້ານອີກ; ແຕ່ທັງນີ້, ກໍນອນໃນການກຳແໜ້ນແນວທາງ ແລະ ເປັນເຈົ້າການເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດ ເພື່ອປະກອບສ່ວນໃຫ້ການພັດທະນາປະເທດຊາດ ບັນລຸເປົ້າໝາຍຍຸດທະສາດຂອງພັກ-ລັດເຮົາ ສູ່ຈຸດໝາຍສັງຄົມນິຍົມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments