Saturday, February 22, 2025
Homeຂ່າວຕ່າງປະເທດຫວຽດນາມ ຍາມໃດກໍ່ຖືອາຊຽນແມ່ນບຸລິມະສິດຍຸດທະສາດໃນນະໂຍບາຍການຕ່າງປະເທດ

ຫວຽດນາມ ຍາມໃດກໍ່ຖືອາຊຽນແມ່ນບຸລິມະສິດຍຸດທະສາດໃນນະໂຍບາຍການຕ່າງປະເທດ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ຫວ່າງມໍ່ໆມານີ້ ທີ່ນະຄອນຫຼວງຮ່າໂນ້ຍ, ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດບັນດາປະເທດສະມາຊິກອາຊຽນ ແລະ ຕີມໍແລັດສະເຕ ປະຈຳນະຄອນຫຼວງຮ່າໂນ້ຍ. ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ເນັ້ນໜັກວ່າ: ຫວຽດນາມ ຖືບັນດາປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ແມ່ນບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ອາຊຽນແມ່ນຄອບຄົວຂອງ ຫວຽດນາມ.

ທ່ານ ເລືອງເກື່ອງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍຖືອາຊຽນແມ່ນບຸລິມະສິດຍຸດທະສາດໃນນະໂຍບາຍການຕ່າງປະເທດ, ປີ 2025 ສ້າງຂີດໝາຍຄົບຮອບ 3 ທົດສະວັດ ທີ່ຫວຽດນາມເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການ ແລະ ຍາມໃດກໍມານະພະຍາຍາມຈົນສຸດຄວາມສາມາດຂອງຕົນພ້ອມກັບບັນດາປະເທດອາຊຽນສ້າງປະຊາຄົມອາຊຽນມີຄວາມສາມັກຄີ, ເຂັ້ມແຂງ, ມີຖານະບົດບາດທີ່ນັບມື້ນັບສູງໃນໂລກ. ທ່ານ ເລືອງເກື່ອງ ປາຖະໜາບັນດາເອກອັກຄະລັດຖະທູດ, ອຸປະທູດຍາມໃດກໍແມ່ນຂົວເຊື່ອມຕໍ່ທີ່ສຳຄັນ, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ຮ່ວມແຮງຮ່ວມໃຈສ້າງປະຊາຄົມອາຊຽນທີ່ມີຄວາມສາມັກຄີ, ໝັ້ນຄົງເຂັ້ມແຂງ, ແມ່ນແກ່ນສານໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນ ອາຊີ – ປາຊີຟິກ – ມະຫາສະໝຸດອິນເດຍ.

ຕາງໜ້າເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດສະມາຊິກອາຊຽນຢູ່ນະຄອນຫຼວງຮ່າໂນ້ຍ ແລະ ເນື່ອງໃນໂອກາດປີໃໝ່, ທ່ານ ດາໂຕະ ຕັນ ຍັງ ໄທ ເອກອັກຄະລັດຖະທູດ ມາເລເຊຍ ແລະ ພວມດຳລົງຕຳແໜ່ງປະທານອາຊຽນ 2025 ໄດ້ສົ່ງຄຳອວຍພອນ ແລະ ຄຳຢຶ້ຢາມຖາວຂ່າວຂອງການນຳຂັ້ນສູງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໄປຍັງທ່ານ ເລືອງເກື່ອງ, ອວຍພອນ ຫວຽດນາມ ສືບຕໍ່ເປັນແບບຢ່າງທີ່ດີກ່ຽວກັບການພັດທະນາທີ່ປະສົບຜົນສຳເລັດຢູ່ພາກພື້ນ. ທ່ານເຫັນດີເປັນເອກະພາບກັບບັນດາຂໍ້ສະເໜີຂອງທ່ານ ເລືອງເກື່ອງ, ບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດສະມາຊິກອາຊຽນ ຈະມານະພະຍາຍາມປະຕິບັດຄຳໝັ້ນສັນຍາ, ປະກອບສ່ວນໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືກັບ ຫວຽດນາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments