Saturday, February 22, 2025
Homeຂ່າວພາຍໃນເສວະນາ ການດໍາເນີນທຸລະກິດຕິດພັນກັບການປັງປຸງໂຄງສ້າງລາຄາໄຟຟ້າໃໝ່ ປີ 2025-2029

ເສວະນາ ການດໍາເນີນທຸລະກິດຕິດພັນກັບການປັງປຸງໂຄງສ້າງລາຄາໄຟຟ້າໃໝ່ ປີ 2025-2029

ໃນວັນທີ 20 ກຸມພາ 2025 ທີ່ຫ້ອງປະຊຸມ 21 ມີນາ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເສວະນາ ກ່ຽວກັບການດໍາເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ ທີ່ຕິດພັນກັບການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ປີ 2025-2029 ຊຶ່ງເປັນໜຶ່ງໃນແຜນປະຕິຮູບຂອງ ລັດວິສາຫະກິດໄຟຟ້າລາວ, ໂດຍການເປັນປະທານຂອງ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ອາຄົມເດດ ວົງໄຊ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ມີບັນດາພະແນກການອ້ອມຂ້າງແຂວງ, ສະພາປະຊາຊົນແຂວງ, ບັນດາຫົວໜ່ວຍທຸລະກິດ ແລະ ແຂກຖຶກເຊີນເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ເພື່ອທໍາຄວາມເຂົ້າໃຈໃຫ້ເລິກເຊິ່ງຂຶ້ນຕື່ມ ກ່ຽວກັບການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ຊຶ່ງເປັນວິສາຫະກິດຍຸດທະສາດຂອງປະເທດ ຢູ່ໃນການຄຸ້ມຄອງ ດ້ານເຕັກນິກ-ວິຊາການ ໂດຍກະຊວງພະລັງງານ ແລະ ບໍ່ແຮ່, ເປັນວິສາຫະກິດທີ່ປະຕິບັດພາລະບົດບາດ ຄື: ຮັບຜິດຊອບໜ້າທີ່ການເມືອງ ກໍຄືການປະຕິບັດໜ້າທີ່ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະໃຫ້ເປັນຮູບປະທຳ, ໂດຍສະເພາະແມ່ນຮັບປະກັນການສະໜອງໄຟໃຫ້ປະຊາຊົນລາວບັນດາເຜົ່າ ສາມາດມີໄຟຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ ຕາມທິດທາງນະໂຍບາຍທີ່ລັດຖະບານກໍານົດໄວ້.

ມາຮອດປັດຈຸບັນ ປະຊາຊົນລາວສາມາດມີໄຟຟ້າໃຊ້ແລ້ວ ເຖິງ 95% ຂອງຈໍານວນຄົວເຮືອນທັງໝົດທົ່ວປະເທດ ແລະ ດໍາເນີນທຸລະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍແນໃສ່ສ້າງອຸດສາຫະກໍາໄຟຟ້າໃຫ້ເປັນຂະແໜງການຫຼັກ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບໃຫ້ແກ່ປະເທດ, ພ້ອມທັງຊຸກຍູ້ສົ່ງເສີມຂະແໜງການປິ່ນອ້ອມໃຫ້ມີການພັດທະນາໄປຄຽງຄູ່ກັນ ເພື່ອສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວບັນດາເຜົ່າ ແລະ ໄດ້ຊົມໃຊ້ໄຟຟ້າໃນລາຄາທີ່ສົມເຫດສົມຜົນ. ປັດຈຸບັນ ແຂວງຄຳມ່ວນ ປະກອບມີທັງໝົດ 10 ເມືອງ, ມີ 570 ບ້ານ, ມີໄຟຟ້າໃຊ້ແລ້ວ 554 ບ້ານ ກວມເອົາ 97.19%, ມີ 88,388 ຄົວເຮືອນ, ມີໄຟຟ້າໃຊ້ແລ້ວ 83,882 ຄົວເຮືອນ ກວມເອົາ 94.9%.

ເພື່ອຮັບປະກັນການດໍາເນີນທຸລະກິດໃຫ້ມີປະສິດທິຜົນ ລັດວິສາຫະກິດໄຟຟ້າລາວ ກໍາລັງດໍາເນີນການປະຕິຮູບຮອບດ້ານ ເພື່ອສະໜອງນະໂຍບາຍຂອງລັດຖະບານ ໃນການຫັນເອົາພະລັງງານໄຟຟ້າໃຫ້ກາຍເປັນກະດູກສັນຫຼັງຂອງການພັດທະນາປະເທດຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕອບສະໜອງການປະຕິບັດວາລະແຫ່ງຊາດເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ສະພາແຫ່ງຊາດໄດ້ຮັບຮອງໃຫ້ມີປະສິດທິຜົນ ແລະ ປະກົດຜົນເປັນຈິງ.

ຂ່າວ: ມະນີວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments