Saturday, February 22, 2025
Homeຂ່າວໜ້າໜຶ່ງກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ ສຳເລັດຜົນຢ່າງຈົບງາມ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ ສຳເລັດຜົນຢ່າງຈົບງາມ

ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນ ວັນທີ 20 ກຸມພາ 2025, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຕາງໜ້າຄະນະພັກບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ພະນັກງານປະຕິວັດອາວຸໂສບໍານານ, ວິລະຊົນແຫ່ງຊາດ, ມີຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງການກົມໃຫຍ່ການເມືອງກອງທັບ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງທັງສອງພາກທີ່ສະເໜີໂດຍ ສະຫາຍ ພົນຕີ ວົງສອນ ອິນປານພິມ, ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ການເມືອງກອງທັບ ໂດຍໄດ້ຕີລາຄາຄືນຢ່າງພາວະວິໄສຕໍ່ໝາກຜົນແຫ່ງການເຄື່ອນໄຫວນຳພາ-ຊີ້ນຳວຽກງານຮອບດ້ານຂອງຄະນະພັກ ໃນໄລຍະ 5 ປີຜ່ານມາ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບໃນຊຸມປີຜ່ານມາເຮັດໃຫ້ທົ່ວກົມໃຫຍ່ການເມືອງມີຄວາມສະຫງົບໜັກແໜ້ນ, ສາມາດເປັນເສນາທິການດ້ານ ວຽກງານພັກ-ວຽກງານການເມືອງໃຫ້ແກ່ກະຊວງປ້ອງກັນປະເທດ, ຄະນະພັກຍາມໃດກໍໄດ້ເປັນ ຄັນທຸງເຕົ້າໂຮມຄວາມສາມັກຄີ, ພາຍໃນພັກ, ຮັກສາ ແລະ ເສີມຂະຫຍາຍໄດ້ແບບແຜນການນໍາພາ, ວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕຂອງພັກ, ນໍາພາ-ຊີ້ນໍາໃນການຄົ້ນຄວ້ານິຕິກຳວຽກງານພັກ-ວຽກງານການເມືອງໃນກອງທັບ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ, ໃນທົ່ວກອງທັບ ເວົ້າລວມ ເວົ້າສະເພາະແມ່ນພາຍໃນກົມໃຫຍ່ການເມືອງກອງທັບ ດ້ວຍຮູບການຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍ, ມະຕິຄຳສັ່ງຂອງພັກ, ຕິດພັນກັບການຈັດຕັ້ງດຳເນີນຊີວິດການເມືອງພາຍໃນພັກເປັນປົກກະຕິ, ຊີ້ນໍາການຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານ ໂດຍສຸມໃສ່ສ້າງບ້ານປ້ອມໝັ້ນ ປ້ອງກັນຊາດ, ກຸ່ມບ້ານປ້ອງກັນຊາດເຂັ້ມແຂງ ປະກອບສ່ວນປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຊີ້ນໍາວຽກງານຮັບປະກັນຊີວິດການເປັນຢູ່, ການຄຸ້ມຄອງລ້ຽງດູທັບ, ຊຸກຍູ້ຂະບວນການ 4 ປູກ 4 ລ້ຽງ, ຂະບວນການຜະລິດຕາມທ່າແຮງຂອງກົມກອງ, ຊີ້ນໍາການກໍ່ສ້າງພື້ນຖານໂຄງລ່າງຕາມເງື່ອນໄຂຄວາມອາດສາມາດ, ພ້ອມກັນນັ້ນກໍໄດ້ສຸມໃສກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຕິດພັນກັບການກໍ່ສ້າງກອງ 3 ປອດ, ກອງວັດທະນະທໍາ, ນັກຮົບວັດທະນະທຳ, ດຳເນີນການຕີລາຄາແບ່ງປະເພດຄຸນນະພາບໜ່ວຍພັກ, ສະມາຊິກພັກ ແລະ ຂະຫຍາຍພັກໃຫ້ຖືກຕ້ອງຕາມລະບຽບຫຼັກການຂອງພັກ, ພົ້ນເດັ່ນແມ່ນຂະບວນການດໍາເນີນຊີວິດການເມືອງປົວແປງພັກ-ພະນັກງານ ແລະ ຂະບວນການອົບຮົມ-ຫັດແອບ ຮັບໃຊ້ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ, ໄດ້ຈັດຕັ້ງເຝິກອົບຮົມວຽກງານຈັດຕັ້ງພັກທົ່ວກອງທັບຊຸດທີ VI, ເຝິກອົບຮົມວຽກງານ ການກວດສອບເລຂາ, ຮອງເລຂາຮາກຖານພັກ, ໄດ້ຊີ້ນໍາດໍາເນີນກອງປະຊຸມໃຫຍ່ຂັ້ນຄະນະພັກສໍາເລັດ 39,21%, ຄະນະພັກຮາກຖານ 99,36% ແລະ ໜ່ວຍພັກ 99,72%, ບົ່ງຕົວແຕ່ງຕັ້ງທົດແທນ 73 ຄະນະພັກ, ຫຍຸບ 1 ຄະນະພັກ ແລະ ສ້າງຕັ້ງໃໝ່ 1 ຄະນະພັກ, ເຮັດໃຫ້ລະບົບການຈັດຕັ້ງພັກມີຄວາມໜັກແໜ້ນດີຂຶ້ນກວ່າເກົ່າ, ດ້ານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນເພີ່ມຂຶ້ນ 257 ໜ່ວຍພັກ, ມີສະມາຊິກພັກແຂງ 66.669 ສະຫາຍ, ກາງ 5.036 ສະຫາຍ, ຂະຫຍາຍມະຫາຊົນກ້າວໜ້າເຂົ້າພັກໄດ້ 16.723 ສະຫາຍ, ເພດຍິງ 2.944 ສະຫາຍ, ເລື່ອນສໍາຮອງຂຶ້ນສົມບູນ 10.226 ສະຫາຍ, ຍິງ 1.923 ສະຫາຍ, ອັດຕາສ່ວນນໍາພາຂອງສະມາຊິກພັກກວມເອົາ 67,8%. ທົ່ວກົມໃຫຍ່ການເມືອງກອງທັບມີ 08 ຄະນະພັກຮາກຖານ, ມີ 33 ໜ່ວຍພັກຂຶ້ນກັບ, 22 ໜ່ວຍພັກເອກະລາດ, ມີສະມາຊິກພັກ 1.950 ສະຫາຍ, ຍິງ 657ສະຫາຍ, ເລື່ອນສໍາຮອງຂຶ້ນສົມບູນ 579 ສະຫາຍ, ຂະຫຍາຍມະຫາຊົນເຂົ້າພັກໄດ້ 521 ສະຫາຍ, ດ້ານຄຸນນະພາບມີຄະນະພັກຮາກຖານແຂງ 08 ຄະນະ, ໜ່ວຍພັກແຂງ 32 ຫນ່ວຍ, ກາງ 16 ໜ່ວຍ, ມີສະມາຊິກພັກແຂງ1.485 ສະຫາຍ ແລະ ກາງ 49 ສະຫາຍ. ນອກຈາກນີ້ກໍຍັງໄດ້ປັບປຸງລະບົບການຈັດຕັ້ງນໍາພາ-ບັນຊາແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບປະຈໍາການ, ພະນັກງານອາວຸໂສບໍານານຢ່າງເໝາະສົມ, ຊີ້ນໍາອົງການຈັດຕັ້ງມະຫາຊົນໃຫ້ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນຢ່າງແຂງແຮງ, ນໍາພາ-ຊີ້ນໍາຂົງເຂດວຽກງານ ຍຸຕິທຳເປັນໃຈກາງໂຄສະນາເຜີຍແຜ່ບັນດາກົດໝາຍ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ປະຕິບັດຫຼັກການສືບສວນສອບສວນ, ການກວດກາ, ການສັ່ງຟ້ອງ, ການຕັດສິນຄະດີຢ່າງພາວະວິໄສ, ເປັນທໍາ, ສາມາດສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆນັບມື້ຫຼຸດໜ້ອຍລົງ. ກອງປະຊຸມໄດ້ເປັນເອກະສັນຢ່າງສົມບູນຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ ພ້ອມທັງໄດ້ຮັບຟັງການປະກອບຄໍາຄິດເຫັນຈາກຕາງໜ້າອົງການ-ກົມກອງທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບເຮັດໃຫ້ກອງປະຊຸມມີເນື້ອໃນສົມບູນຂຶ້ນຕື່ມ.

ຈາກນັ້ນ, ກໍໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະພັກກົມໃຫຍ່ການເມືອງກອງທັບຊຸດໃໝ່ປະກອບມີ 15 ສະຫາຍ, ເຊິ່ງກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນຢ່າງສົມບູນເລືອກເອົາຄະນະປະຈຳພັກອົງການກົມໃຫຍ່ການເມືອງກອງທັບ ຈຳນວນ 5 ສະຫາຍຄື: ສະຫາຍ ພົນຕີ ວົງສອນ ອິນປານພິມ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ, ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ແລະ ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ, ພ້ອມນີ້, ກອງປະຊຸມໄດ້ເລືອກເອົາ ສະຫາຍ ພົນຕີ ວົງສອນ ອິນປານພິມ ເປັນເລຂາຄະນະພັກ, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ເປັນຮອງເລຂາຄະນະພັກ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ເປັນປະທານກວດກາພັກ, ນອກນັ້ນ, ກຳມະການຄະນະພັກອົງການກົມໃຫຍ່ການເມືອງກອງທັບ ປະກອບມີ: ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ, ສະຫາຍ ພັນເອກ ສອນໄຊ ຈັນຍາລາດ, ສະຫາຍ ພັນເອກ ແພງສີ ເສັງວິໄຊ, ສະຫາຍ ພັນເອກ ອຳພອນ ສຸກວິໄຊ, ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ, ສະຫາຍ ພັນເອກ ບົວສີ ສີວົງສາ, ສະຫາຍ ພັນເອກ ໄຊຍະແສງ ໄມມະນີ, ສະຫາຍ ພັນເອກ ຂັນທະນູໄຊ ຈະເລີນສຸກ, ສະຫາຍ ພັນເອກ ວັນໄຊ ຄຳພາວົງ ແລະ ສະຫາຍ ພັນເອກ ລັດສະໝີ ຂັນອາສາ. ພ້ອມດຽວກັນນັ້ນ, ກໍປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສຳຮອງໄປຮ່ວມກອງປະຊຸມໃຫຍ່ຄະນະພັກຂັ້ນເທິງບັນລຸຕາມຄາດໝາຍ.

ໂອກາດນີ້ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ໂອ້ ລົມໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນ ເພື່ອເປັນແນວທາງ ແລະ ບ່ອນອີງໃຫ້ແກ່ຄະນະພັກຊຸດໃໝ່ ໃນນີ້ສະຫາຍຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດໃຫ້ພະນັກງານ-ນັກຮົບ, ມີນໍ້າໃຈຮັກຊາດ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ຕໍ່ປະຊາຊົນ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນທິດສະດີການເມືອງ, ທິດສະດີມາກ – ເລນິນ, ແນວຄິດໄກສອນພົມ ວິຫານ, ມູນເຊື້ອ ແລະ ປະຫວັດສາດຂອງພັກ, ຂອງຊາດ, ແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ມະຕິ 3 ສ້າງ ທີ່ກົມການເມືອງສູນກາງພັກວາງອອກ, ຕັ້ງໜ້າປັບປຸງກໍ່ສ້າງກໍາລັງ ໃຫ້ເຂັ້ມແຂງຮອບດ້ານ, ໃນນີ້ຖືເອົາຄຸນນະພາບເປັນຕົ້ນຕໍ, ເປັນເຈົ້າການຍົກສູງສະຕິເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮູ້ຊອກຄົ້ນ ແລະ ນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີເພື່ອສູ້ຊົນປະຕິບັດຄາດໝາຍ, ແຜນການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ທີ່ກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ, ພ້ອມກັນນັ້ນກໍປະຕິບັດແນວທາງການຕ່າງປະເທດຂອງພັກເຮົາໃນໄລຍະໃໝ່ ໃຫ້ຖືກຕ້ອງ ແລະ ບັນຫາສໍາຄັນແມ່ນພ້ອມກັນຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ເກີດໝາກຜົນຕົວຈິງ, ເຮັດໃຫ້ກົມໃຫຍ່ການເມືອງກອງທັບມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເລື້ອຍໆ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments