Sunday, February 23, 2025
Homeຂ່າວພາຍໃນສານປະຊາຊົນ ສະຫລຸບການເຄື່ອນໄຫວວຽກງານ ປະຈຳປີ 2024

ສານປະຊາຊົນ ສະຫລຸບການເຄື່ອນໄຫວວຽກງານ ປະຈຳປີ 2024

ກອງປະຊຸມສະຫລຸບວຽກງານ ປະຈຳປີ 2024 ແລະ ທິດທາງແຜນການເຄື່ອນໄຫວ ປີ 2025 ຂອງສານປະຊາຊົນ ຈັດຂຶ້ນໃນວັນທີ 20 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ມີຮອງປະທານສານປະຊາຊົນສູງສຸດ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ບັນດາຫົວໜ້າກົມ, ຮອງກົມ, ການນໍາຂອງບັນດາແຂວງ, ປະ ທານ, ຮອງປະທານ, ຫົວໜ້າຫ້ອງການ ຂອງສານປະຊາຊົນທ້ອງຖິ່ນ ແລະ ສານທະຫານ ເຂົ້າຮ່ວມ.

ທ່ານ ນາງ ວຽງທອງ ສີພັນດອນ ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນພາຍໃຕ້ຫົວຂໍ້ “ຍົກສູງຄຸນນະພາບ ການບໍລິຫານສານ-ບໍລິຫານຄະດີ ໃຫ້ມີຄວາມໂປ່ງໃສ, ວ່ອງໄວ ແລະ ມີຄຸນນະພາບ”ເພື່ອຕີລາຄາຜົນຂອງການຈັດຕັ້ງປະຕິບັດ, ທົບທວນຄືນບັນດາຂໍ້ຄົງຄ້າງທີ່ເຫັນວ່າຍັງມີສະພາບຄຸມເຄືອ ແກ້ໄຂບໍ່ທັນໄດ້ຢ່າງຂາດຕົວ ໃນການຊີ້ນໍາຂັ້ນຕອນການພິຈາລະນາຕັດສິນຄະດີຂອງສານ ໃນລະບົບສານ 3 ຂັ້ນຄື: ຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ ທີ່ຕິດພັນກັບ 3ປ ຄື: ໂປ່ງໃສ, ເປັນເອກະລາດ ແລະ ເປັນທຳ, ພ້ອມທັງຖອດຖອນບົດຮຽນ ເພື່ອກໍານົດທິດທາງແຜນການເຄື່ອນໄຫວວຽກງານ ປີ 2025 ຕາມການຮັບຮອງຈາກກອງປະຊຸມສະພາແຫ່ງຊາດ ແລະ ກອງປະຊຸມສະພາປະຊາຊົນຂັ້ນທ້ອງ ຖິ່ນ. ພ້ອມນີ້, ຍັງໄດ້ເຜີຍແຜ່, ເຊື່ອມຊຶມ ມະຕິ ສະບັບເລກທີ 141/ສພຊ, ລົງວັນທີ 11 ທັນວາ 2024, ກອງປະຊຸມສະໄໝ ສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX; ຮັບຟັງການສະຫລຸບຕີລາຄາການເຄື່ອນໄຫວວຽກງານຂອງສານປະຊາຊົນ ປະຈຳປີ 2024 ແລະ ກຳນົດຄາດໝາຍ, ວຽກງານຈຸດສຸມ, ມາດຕະການຈັດຕັ້ງປະຕິບັດໃນປີ 2025; ຮັບຟັງການປະກອບຄໍາເຫັນ ຈາກສານປະຊາຊົນທ້ອງຖິ່ນຈໍານວນໜຶ່ງ, ຄະນະນໍາຂອງແຂວງ ແລະ ອົງການທີ່ເປັນພາຄີ ໃນການດໍາເນີນຄະດີ ຂັ້ນສູນກາງ ກ່ຽວກັບການປະສານສົມທົບວຽກງານ ໃນໄລຍະຜ່ານມາ ແລະ ຮັບຟັງການເຜີຍແຜ່ເອກະສານ ທີ່ສໍາຄັນຈຳນວນໜຶ່ງ ທີ່ກ່ຽວກັບການປະຕິບັດໜ້າທີ່ວຽກງານ ຂອງສານປະຊາຊົນ ເຊັ່ນ: ພາລະບົດບາດຂອງຫ້ອງການ, ກົມຄຸ້ມຄອງວິຊາການ ແລະ ສະຖິຕິສານ, ຄະນະສານອາຍາ ແລະ ຄະນະສານແພ່ງ ຂອງສານປະຊາຊົນສູງສຸດ.

ໃນກອງປະຊຸມ, ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວວຽກງານ ປະຈຳປີ 2024 ຜ່ານມາ ຂອງສານປະຊາຊົນ ແລະ ສານທະຫານ ກໍຄື ຜົນສຳເລັດໃນແຕ່ລະດ້ານ ເປັນຕົ້ນ ດ້ານການເມືອງແນວຄິດ, ດ້ານການຈັດຕັ້ງ ແລະ ບຸກຄະລາກອນ, ດ້ານການບຳລຸງສ້າງ ແລະ ພັດທະນາບຸກຄະລາກອນຂອງສານ, ດ້ານການແກ້ໄຂຄະດີ, ດ້ານການສ້າງ ແລະ ປັບປຸງນິຕິກຳ, ດ້ານການບໍລິຫານສານໃຫ້ມີຄຸນນະພາບ, ດ້ານວຽກງານຄຸ້ມຄອງວິຊາການ, ກວດ ກາຄຳຕັດສິນ-ຄຳພິພາກສາ, ດ້ານການພົວພັນຮ່ວມມືກັບຕ່າງປະເທດ, ລວມເຖິງວຽກງານຕິດຕາມ-ກວດກາ ການປະຕິບັດໜ້າທີ່ຂອງຜູ້ພິພາກສາ, ພະນັກງານ-ລັດຖະກອນ ແລະ ການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການດຳເນີນຄະດີ. ພ້ອມນີ້, ທ່ານ ບຸນຂວາງ ທະວີສັກ ຍັງໄດ້ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ແລະ ແຜນການເຄື່ອນໄຫວວຽກງານ ໃນແຕ່ລະດ້ານ ທີ່ຈະສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ວຽກງານຂອງສານປະຊາຊົນ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງ ທັງທາງດ້ານປະລິມານ ແລະ ຄຸນນະພາບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments