Sunday, February 23, 2025
Homeຂ່າວພາຍໃນແລກປ່ຽນບົດຮຽນກ່ຽວກັບການດໍາເນີນຄະດີອາຍາ

ແລກປ່ຽນບົດຮຽນກ່ຽວກັບການດໍາເນີນຄະດີອາຍາ

ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການດໍາເນີນຄະດີອາຍາ ລະຫວ່າງ ອົງການໄອຍະການປະຊາຊົນສຸດສູງ (ອອປສ) ແລະ ໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດທີ່ປົກຄອງດ້ວຍກົດໝາຍ ໃນຂົງເຂດຍຸຕິທຳ ຈັດຂຶ້ນໃນວັນທີ 20 ກຸມພາ 2025 ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຮາຢາໂຕະ ຢາໂອອິຕະ ຫົວໜ້າໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດທີ່ປົກຄອງດ້ວບກົດໝາຍໃນຂົງເຂດຍຸຕິທຳ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການແລກປ່ຽນຂໍ້ມູນຄັ້ງນີ້, ເປັນການຈັດຕັ້ງຜັນຂະຫຍາຍະຕິຂອງສະພາແຫ່ງຊາດກ່ຽວກັບການປະເມີນກົດໝາຍ ໂດຍມອບໃຫ້ອົງການໄອຍະການປະຊາຊົນສູງສຸດ ປະເມີນ ແລະ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ. ໃນປີ 2025 ອົງການໄອຍະການປະຊາຊົນສູງສຸດ ໄດ້ຄົ້ນຄວ້າ ແລະ ປັບປຸງກົດໝາຍດັ່ງກ່າວ, ເປັນການປະກອບສ່ວນໃນການກະກຽມຄວາມພ້ອມ ໃນການປັບປຸງກົດໝາຍ ການດຳເນີນຄະດີອາຍາ. ພ້ອມນີ້, ທັງເປັນການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາ ການດຳເນີນຄະດີອາຍາ ຂອງອົງການໄອຍະການປະຊາຊົນ ໃຫ້ມີປະສິດທິພາບ. ໂອກາດນີ້, ສອງຝ່າຍໄດ້ປຶກສາຫາລື ໃນ 4 ຫົວຂໍ້ສຳຄັນຄື: ສ້າງຄວາມເຂັັ້ມແຂງໃຫ້ແກ່ພະນັກງານໄອຍະການປະຊາຊົນ ໃນການຕິດຕາມກວດກາການດຳເນີນຄະດີຢາເສບຕິດ, ການສັັ່ງຟ້ອງຜູ້ກະທຳຜິດ ແລະ ການຖະແຫລງຂຶ້ນສານ; ການຊຸກຍູ້ ແລະ ສ້າງຄວາມເຂັັ້ມແຂງດ້ານວິຊາການ ໃຫ້ແກ່ພະນັກງານໄອຍະການປະຊາຊົນ ໃນການເຂົ້າຮ່ວມປະຊຸມສານ ໂດຍສະເພາະແມ່ນການໂຕ້ຖຽງໃນທີ່ປະຊຸມສານ; ຍົກສູງຄຸນນະພາບວຽກງານຕິດ ຕາມກວດກາການດຳເນີນຄະດີອາຍາ, ການອອກຄຳສັັ່ງເປີດການການສືບສວນ-ສອບສວນ, ການຕໍ່ກໍານົດເວລາການສືບສວນ-ສອບສວນ, ການອອກຄໍາສັ່ງກັກຂັງພາງ, ການຕໍ່ກໍານົດເວລາການກັກຂັງພາງ; ຕິດຕາມກວດກາການໂຈະການດໍາເນີນຄະດີ ແລະ ການຊັດມ້ຽນຄະດີ.

ໃນກອງປະຊຸທ, ທ່ານ ບຸນທັນ ບຸນທະວິໄລ ໄດ້ມີຄຳເຫັນທິດຊີ້ນຳ ໃຫ້ຜູ້ເຂົ້າຮ່ວມ ເອົາໃຈໃສ່ຮັບຟັງ, ຄົ້ນຄວ້າ, ປະກອບຄໍາເຫັນ, ປຶກສາຫາລືແລກປ່ຽນກັນຢ່າງກວ້າງຂວາງ ແລະ ກົງໄປກົງມາ ກັບຜູ້ຊ່ຽວຊານ ເພື່ອເປັນການຖອດຖອນບົດຮຽນ ໂດຍສະເພາະຜູ້ທີ່ມີປະສົບການໃນການເຮັດວຽກຕົວຈິງທີ່ໄດ້ປະສົບພົບພໍ້ ເຖິງຄວາມຫຍຸ້ງຍາກໃນການດໍາເນີນຄະດີອາຍາ ໃນໄລຍະຜ່ານມາ ເພື່ອເປັນບ່ອນອີງໃນການຄົ້ນຄວ້າປັບປຸງ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ, ຍົກສູງຄຸນນະພາບ, ຮັບປະກັນໃນການດຳເນີນຄະດີອາຍາ ໃຫ້ມີຄວາມເຂັ້ມແຂງ.

ຂ່າວ-ພາບ: ອອປສ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments