Sunday, February 23, 2025
Homeສາລະໜ້າຮູ້"ວິທີຮັກສາຕັບໃຫ້ແຂງແຮງ"

“ວິທີຮັກສາຕັບໃຫ້ແຂງແຮງ”

ອະໄວຍະວະໃນຮ່າງກາຍເຮົາເມື່ອໃຊ້ວຽກຫຼາຍປີ ຈະມີການເສື່ອມສະມັດທະພາບ ແຕ່ຖ້າເຮົາສາມາດຮັກສາຢືດອາຍຸການໃຊ້ວຽກໃຫ້ດົນໄດ້ ໂດຍສະເພາະ “ຕັບ” ຖືເປັນອະໄວຍະວະອັນໜື່ງທີ່ສໍາຄັນໃນຮ່າງກາຍໃນການໃຊ້ຊີວິດຂອງຄົນ ມາເບີ່ງວິທີຮັກສາຕັບໃຫ້ແຂງແຮງນຳກັນເລີຍ.

ຮັກສາລະດັບນໍ້າຕານໃນເລືອດ ຄວາມດັນ ແລະ ສຸຂະພາບຫົວໃຈໃຫ້ສະພາບປົກກະຕິ ຄວນກວດສຸຂະພາບໃຫ້ຄົບຖ້ວນ ພະຍາດເບົາຫວານທີ່ເກີດຈາກພາວະຕັບສາມາດຜະລິດຮໍໂມນອິນຊູລິນ ໄດ້ຢ່າງພຽງພໍ ບໍ່ຈໍາເປັນຕ້ອງເພີ່ມ ຫຼື ອາໃສຮໍໂມນເພີ່ມຂື້ນ ແຕ່ຮໍໂມນທີ່ຜະລິດໄດ້ຈະບໍ່ມີປະສິດທິພາບ ໃນການນໍານໍ້າຕານໃນເລືອດເຂົ້າສູ່ຂະບວນການເຜົາພານພະລັງງານຂອງຮ່າງກາຍ.

ຈໍາກັດປະລິມານເກືອທີ່ບໍລິໂພກທີ່ເໝາະສົມກັບຮ່າງກາຍ ຫຼື ເວົ້າງ່າຍໆ ບໍ່ຄວນກິນເຄັມເກີນໄປ ເຖີງແມ່ນວ່າໂຊດຽມອາດຈະບໍ່ໄດ້ສົ່ງຜົນຕໍ່ຄວາມດັນເລືອດ ແຕ່ກໍ່ສາມາດເຮັດໃຫ້ຕັບແຂງໄດ້.

ຄວນດື່ມນໍ້າປະລິມານຫຼາຍໆ ຕໍ່ມື້ ເພື່ອຊ່ວຍຮັກສາລະບົບຂັບສານພິດ ທີ່ຕັບຕ້ອງກັ່ນຕອງແຕ່ລະມື້ ໃຫ້ເຮັດວຽກໄດ້ຄ່ອງຕົວ ແລະ ຮັກສາລະດັບເລືອດໃນຮ່າງກາຍໃຫ້ເປັນປົກກະຕິ.

ຢ່າພະຍາຍາມກິນຢາຮັກສາພະຍາດດ້ວຍຕົນເອງ ເພາະຢາທຸກຊະນິດຈະຕ້ອງຜ່ານການກັ່ນຕອງດູດຊັບສານພິດຢູ່ຕັບ ສະນັ້ນຖ້າກິນຢາໃນປະລິມານທີ່ຫຼາຍ ໂດຍບໍ່ໄດ້ຮັບອະນຸຍາດຈາກແພດ ອາດເຮັດໃຫ້ຕັບເຮັດວຽກໜັກ ແລະ ຊ້າລົງ.

ອອກກໍາລັງກາຍທຸກໆ ມື້ ນັກວິໄຈ ເຊື່ອວ່າຄວາມສໍາພັນລະຫວ່າງການຕຸ້ຍ ແລະ ປັນຫາລະບົບຕັບນັ້ນກ່ຽວເນື່ອງກັນ ການມີນໍ້າໜັກໂຕທີ່ຫຼາຍເກີນໄປ ອາດສົ່ງຜົນຕໍ່ປັນຫາຕັບໃນພາຍຫຼັງໄດ້.

ກິນອາຫານ ແລະ ດື່ມໃຫ້ຖືກຕ້ອງ ເພາະເຮົາຮູ້ຢູ່ແລ້ວວ່າອາຫານຊະນິດໃດດີ ຫຼື ບໍ່ດີ ຕໍ່ສຸຂະພາບ ແຕ່ບໍ່ເຖີງກັບຕ້ອງອົດກິນອາຫານຟາດຟູດ ຫຼື ເຄື່ອງດື່ມແອລກໍຮໍ.

ຫ້າມອົດຍ່ຽວ ເພາະຕັບມີໜ້າທີ່ກໍາຈັດຂອງເສຍໃນຮ່າງກາຍທີ່ໄດ້ມາຈາກກິນອາຫານ ຫຼື ສານທີ່ເຮົາຮັບເຂົ້າໄປ ເຊັ່ນ: ຢາ, ແອລກໍຮໍ, ກາເຟ ຫຼື ສານທີ່ເປັນພິດ ເມື່ອສານພິດຜ່ານຕັບ ຕັບຈະເຮັດໜ້າທີ່ທໍາລາຍສານພິດນັ້ນ ສະນັ້ນການອົດຍ່ຽວບໍ່ຂັບຖ່າຍອອກໄປຈະເຮັດໃຫ້ຕັບເຮັດວຽກໜັກຂື້ນເພື່ອພະຍາຍາມຂັບອອກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments