ພິທີສະຫຼຸບ ການສອບເສັງພາກຮຽນທີ 1 ແຂ່ງຂັນຫັດຂຽນງາມຊັ້ນປະຖົມສຶກສາ ແລະ ການສອບເສັງ ຄັດເລືອກຕົວແທນນັກຮຽນເກ່ງ (ຂັ້ນ ປ5 ມ4 ແລະ ມ7) ຂອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳສົກຮຽນ 2024-2025 ຈັດຂຶ້ນວັນທີ 19 ກຸມພາ 2025 ທີ່ສູນການຄ້າທົ່ງຂັນຄຳ ໂດຍມີ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ທ່ານ ຫົວໜ້າ ຮອງຫົວໜ້າ ຫ້ອງ ການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ທ່ານຮອງຫົວໜ້າຫ້ອງການປົກຄອງເມືອງຈັນທະບູລີ ແຂກຖືກເຊີນ ຜູ້ອຳນວຍການໂຮງຮຽນ ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ໄດ້ລາຍງານ ໂດຍຫຍໍ້ໃຫ້ຮູ້ວ່າ: ທົ່ວເມືອງຈັນທະບູລີ ມີໂຮງຮຽນຊັ້ນປະຖົມ 38 ແຫ່ງ ພາກລັດ 13 ແຫ່ງ ມັດທະຍົມຕົ້ນ 4 ແຫ່ງ ພາກລັດ 3 ແຫ່ງ ມັດທະຍົມສຶກສາສົມບູນ 11 ແຫ່ງ ພາກລັດ 4 ແຫ່ງ ແລະ ມັດທະຍົມປາຍ 1 ແຫ່ງ ເປັນຂອງພາກລັດ ສຳລັບຜົນການສອບເສັງພາກຮຽນທີ1 ນັບແຕ່ຫ້ອງຮຽນລ້ຽງເດັກ-ອະນຸບານ-ປະຖົມສຶກສາ ຈົນເຖິງມັດທະຍົມຕົ້ນ ແລະ ປາຍ ແມ່ນສາມາດສອບເສັງຜ່ານເກນມາດຕະຖານທີ່ວາງໄວ້.

ສ່ວນການສອບເສັງຫັດຂຽນງານຂອງຂັ້ນປະຖົມສຶກສາ ຂັ້ນປ1 ອັບດັບໜຶ່ງ ນາງ ອາວິສາ ແກ້ວອິນ ທະລາດ ແລະ ປ2 ນາງ ສຸທິດາ ມີທອງ ທັງສອງແມ່ນຈາກ ໂຮງຮຽນປະຖົມ ແກ້ວບຸນລ້ອມ ປ3 ທ້າວ ສົມສະຫງວນ ພິມມະວົງ ປະຖົມສອນນາລິນ ປ4 ນາງ ອ້ອມ ສົມສຸກ ປະຖົມສະບາຍດີ ແລະ ປ5 ນາງ ວານິສາ ອິນທະລີ ປະຖົມ ສິນໄຊ.
ສ່ວນການສອບເສັງຄັດເລືອກຕົວແທນນັກຮຽນເກ່ງ ຂັ້ນ ປ5 ມ4 ແລະ ມ7 ຂັ້ນເມືອງ ເພື່ອເປັນຕົວ ແທນເຂົ້າຮ່ວມການແຂ່ງຂັນ ຂັ້ນນະຄອນຫຼວງວຽງຈັນ ມີຜູ້ເຂົ້າຮ່ວມການແຂ່ງຂັ້ນທັງໝົດ 124 ຄົນ ຍິງ 84 ຄົນ ໃນນັ້ນ ຂັ້ນປ5 38 ຄົນ ຍິງ 26 ຄົນ ມ4 39 ຄົນ ຍິງ 28 ຄົນ ມ7 47 ຄົນ ຍິງ 30 ຄົນ ວິຊາສອບເສັງ ຂັ້ນ ປ5 ມີ 3 ວິຊາ ຄື: ວິຊາ ພາສາລາວ ຄະນິດສາດ ແລະ ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ ຂັ້ນມ4 ແລະ ມ7 ມີ 4 ວິຊາ ຄື: ວິຊາ ພາສາລາວ-ວັນນະຄະດີ ຄະນິດສາດ ຟີຊິກສາດ ແລະ ວິຊາ ເຄມີສາດ.

ສຳລັບຜົນການສອບເສັງ ປະຈຳສົກຮຽນນີ້ ຂັ້ນປ5 ຄັດເລືອດຕົວແທນໄດ້ທັງໝົດ 35 ຄົນ ຍິງ 18 ຄົນ ໃນນັ້ນ ຂັ້ນປ5 ມີ 9 ຄົນ ຍິງ 5 ຄົນ ມ4 ໄດ້ 13 ຄົນ ຍິງ 7 ຄົນ ແລະ ມ7 ໄດ້ 13 ຄົນ ຍິງ 6 ຄົນ ເຊິ່ງນັກຮຽນທີ່ສາມາດຄັດເລືອກເປັນຕົວແທນໃນຄັ້ງນີ້ ມາຈາກ ໂຮງຮຽນ 21 ແຫ່ງ ແລະ ນັກຮຽນເກ່ງ ທີ່ຜ່ານການຄັດເລືອກໃນຄັ້ງນີ້ ແມ່ນກຽມເຂົ້າຮ່ວມການແຂ່ງຂັ້ນນັກຮຽນເກ່ງຂັ້ນ ນວ ໃນໂອກາດອັນໃກ້ນີ້.