Sunday, February 23, 2025
Homeຂ່າວໜ້າໜຶ່ງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກໄທ

ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກໄທ

ໃນລະຫວ່າງວັນທີ 18-19 ກຸມພາ 2025 ນີ້, ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກໄທ ຢ່າງເປັນທາງການ, ໂດຍມີທ່ານ ພູມທຳ ເວດຊະຢະໄຊ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກໄທ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ໄທ-ລາວ ໃຫ້ການຕ້ອນຮັບ. ພາຍຫຼັງສໍາເລັດພິທີການຕ້ອນຮັບຢ່າງເປັນທາງການ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ສປປລ ລາວ ໄດ້ເຂົ້າພົບປະທ່ານ ພູມທຳ ເວດຊະຢະໄຊ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກໄທ.

ໂອກາດນີ້, ທ່ານ ພູມທຳ ເວດຊະຢະໄຊ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ພ້ອມຄະນະ ທີ່ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກໄທ ໃນຄັ້ງນີ້, ເຊິ່ງສະແດງໃຫ້ເຫັນເຖິງການເສີມສ້າງສາຍພົວພັນຮ່ວມມືຂອງສອງປະເທດ ເວົ້າສະເພາະ ກໍຄື ສອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຣາຊະອານາຈັກໄທ ໃຫ້ຈະເລີນກ້າວໜ້າ, ມີຜົນປະໂຫຍດຮ່ວມກັນ, ພ້ອມກັນເສີມສ້າງຄວາມໝັ້ນຄົງຂອງສອງປະເທດ ໃຫ້ກາຍເປັນຮູບປະທຳຫຼາຍຂຶ້ນກວ່າເກົ່າ.

ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ພູມທຳ ເວດຊະຢະໄຊ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນເຕັມໄປດ້ວຍ ໄມຕີຈິດມິດຕະພາບທີ່ດີຕໍ່ກັນ ທັງເປັນການເສີມຂະຫຍາຍສາຍ ພົວພັນຮ່ວມມືລະຫວ່າງສອງກອງທັບ ລາວ-ໄທ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments