Saturday, February 22, 2025
Homeຂ່າວໜ້າໜຶ່ງຫາລື ປະຕິບັດຖະແຫລງການວຽງຈັນ ວ່າດ້ວຍການເຄື່ອນຍ້າຍ, ຮັບຮູ້-ພັດທະນາ ສີມືແຮງງານ

ຫາລື ປະຕິບັດຖະແຫລງການວຽງຈັນ ວ່າດ້ວຍການເຄື່ອນຍ້າຍ, ຮັບຮູ້-ພັດທະນາ ສີມືແຮງງານ

ເມື່ອບໍ່ດົນມານີ້, ສະຖາບັນພັດທະນາສີມືແຮງງານ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິ ບັດຖະແຫລງການວຽງຈັນ ວ່າດ້ວຍການເຄື່ອນຍ້າຍ, ຮັບຮູ້ ແລະ ພັດທະນາ ສີມືແຮງງານໃຫ້ແກ່ ແຮງງານເຄື່ອນຍ້າຍ ໃນ ສປປ ລາວ ເພື່ອເພີ່ມທະວີການລາຍງານໃຫ້ມີປະສິດທິພາບ ໂດຍການເປັນປະທານ ຂອງ ທ່ານ ພົງສະຫວັນ ສຸລິວັນ ຮອງຫົວໜ້າສະຖາບັນ ພັດທະນາສີມືແຮງງານ, ມີຜູ້ຕາງໜ້າຈາກກະຊວງການກ່ຽວຂ້ອງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ສູນພັດທະ ນາສີມືແຮງງານພາຍໃນນະຄອນຫລວງ ແລະ ຕ່າງແຂວງ, ມີຜູ້ປະສານງານ ອົງການແຮງງານສາກົນ (ILO) ປະຈໍາ ສປປ ລາວ ເຂົ້າຮວ່ມ ແບບເຊິ່ງໜ້າ ແລະ ແບບທາງໄກ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນແລກປ່ຽນຄຳຄິດເຫັນກ່ຽວກັບ ອົງປະກອບດ້ານບຸກຄະລາກອນ ໃນຄະນະກຳມະການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດຖະແຫລງການ ຕາມ ລາຍການປະເມີນການຈັດຕັ້ງປະຕິບັດຖະແຫລງການ (Check List) ເພື່ອຊຸກຍຸ້ສົ່ງເສີມການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະການເຊື່ອມໂຍງວຽກງານການຮັບຮູ້ ແລະ ຢັ້ງຢືນສີມືແຮງງານ ເຂົ້າໃນການເຄື່ອນຍ້າຍແຮງງານ; ປຶກສາຫາລືລົງເລິກດ້ານກົນໄກ ການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດຖະແຫລງການວຽງຈັນ ວ່າດ້ວຍການເຄື່ອນຍ້າຍ, ຮັບຮູ້ ແລະ ພັດທະນາ ສີມືແຮງງານໃຫ້ແກ່ ແຮງງານເຄື່ອນຍ້າຍ ໃນ ສປປ ລາວ ເພື່ອເພີ່ມທະວີການລາຍງານໃຫ້ມີປະສິດທິພາບ; ປຶກສາຫາລືກ່ຽວກັບ ຮ່າງຂໍ້ຕົກລົງວ່າຄະນະກຳມະການ ແລະ ແຜນການຈັດຕັ້ງຖະແຫຼງການວຽງຈັນ ວ່າການເຄື່ອນຍ້າຍ, ຮັບຮູ້ ແລະ ພັດທະນາສີມືແຮງງານໃຫ້ແກ່ແຮງງານເຄື່ອນຍ້າຍ.

ໂອກາດນີ້, ທ່ານ ພົງສະຫວັນ ສຸລິວັນ ຍັງໄດ້ສະແດງຄວາມຂອບໃຈຕໍ່ອົງການຈັດຕັ້ງສາກົນ ວ່າດ້ວຍການເຄື່ອນຍ້າຍແຮງງານ (IOM) ແລະ ລັດຖະບານ ສະຫະລາຊະອານາຈັກ (ອັງກິດ: United Kingdom ຫລື the UK), ທີ່ໄດ້ໃຫ້ການສະໜັບສະໜູນໃນການສ້າງຖະແຫລງການດັ່ງກ່າວ ຈົນສຳເລັດ.

ຂໍ້ມູນ-ພາບ: ຂ່າວສານ ຮສສ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments