Friday, September 20, 2024
Homeຂ່າວຕ່າງປະເທດຫວຽດນາມ-ອີຢູ ສ້າງລະບົບສະໜອງຜະລິດຕະພັນກະເສດແບບຍືນຍົງ

ຫວຽດນາມ-ອີຢູ ສ້າງລະບົບສະໜອງຜະລິດຕະພັນກະເສດແບບຍືນຍົງ

ຕາມ​ຂ່າວ​ຈາກ VOVWORLD, ຫວຽດນາມ ແລະ ອີຢູ ສືບຕໍ່ ສົມທົບກັນ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ ການຮ່ວມມື ທາງດ້ານກະສິກຳ ຢ່າງຮອບດ້ານ, ພິເສດ ແມ່ນການສົ່ງເສີມ ການຄ້າ ຜະລິດ ຕະພັນ ກະສິກຳ ໃຫ້ສົມດຸນ, ພັດທະນາ ກະສິກຳ ແບບຍືນຍົງ, ຮ່ວມມືກັນ ແກ້ໄຂ ສິ່ງທ້າທາຍຕ່າງໆ ທີ່ພວມພົ້ນເດັ່ນຂຶ້ນ ໃນທົ່ວໂລກ ເປັນຕົ້ນ ແມ່ນການຂາດວັກ ຂາດຕອນ ລະບົບ ສະໜອງ, ບັນຫາຄ້ຳ ປະກັນ ສະບຽງ ອາຫານ.

​ໃນ​ໂອກາດ ​ພົບ​ປະກັນ ​ເມື່ອ​ບໍ່​ດົນ​ມາ​ ​ຄັ້ງນີ້: ທ່ານJanusz Wojciechowski ຂ້າຫລວງໃຫຍ່ ຮັບຜິດຊອບ ບັນຫາ ກະສິກຳ ຂອງອີຢູ ໃຫ້ຮູ້ວ່າ: ອີຢູ ຖືເປັນສຳຄັນ ບົດບາດ, ຄວາມສາມາດ ບົ່ມຊ້ອນ ຂອງຫວຽດນາມ ແລະ ຢາກເພີ່ມທະວີ ການຮ່ວມມືກັບ ຫວຽດນາມ ​ຫລາຍກວ່າ​ເກົ່າ ໃນການສ້າງລະບົບ ສະໜອງ ຜະລິດຕະພັນ ກະເສດ ແບບຍືນຍົງ.

ຂະນະ​ທີ່ ທ່ານ ຫງວຽນ ວັນຖາວ, ເອກອັກ ຄະລັດຖະທູດ, ຫົວໜ້າ ຄະນະ ຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະພາບ ເອີຣົບ (ອີຢູ) ​ໄດ້ເນັ້ນໜັກວ່າ: ຫວຽດນາມ ຖື ອີຢູ ແມ່ນໜຶ່ງ ໃນບັນດາ ຄູ່ຮ່ວມມື ສຳຄັນແຖວໜ້າ ແລະ ພ້ອມແລ້ວ ທີ່ຈະເປີດກວ້າງ ການຮ່ວມມື ກັບ ອີຢູ ຫລາຍກວ່າ​ເກົ່າ ​ແລະ ເສີມຂະຫຍາຍ ທ່າໄດ້ປຽບ ຂອງສັນຍາ ການຄ້າ ເສລີ ລະຫວ່າງ ຫວຽດນາມ ແລະ ອີຢູ (EVFTA) ຢ່າງສຸດຂີດ, ເພື່ອສົ່ງເສີມ ການຄ້າ ຜະລິດ ຕະພັນກະສິກຳ. ພ້ອມ​ທັງ​ ຫວັງ​ວ່າ ອີຢູ ຈະສືບຕໍ່ ອຳນວຍ ຄວາມ ສະດວກ ໃຫ້ຜະລິດ ຕະພັນ ກະສິກຳ ​ຂອງຫວຽດນາມ ໄດ້ສຳຜັດກັບ ຕະຫລາດ ອີຢູ ຢ່າງ​ກວ້າງຂວາງ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments