Saturday, February 22, 2025
Homeຂ່າວການເມືອງຍົກລະດັບທິດສະດີການເມືອງ-ການປົກຄອງສະເພາະດ້ານໃຫ້ສື່ມວນຊົນລາວ

ຍົກລະດັບທິດສະດີການເມືອງ-ການປົກຄອງສະເພາະດ້ານໃຫ້ສື່ມວນຊົນລາວ

ຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງສະເພາະດ້ານຊຸດທີ II ໃຫ້ພະ ນັກງານສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວໄດ້ອັດລົງດ້ວຍຜົນສໍາເລັດໃນວັນທີ 14 ກຸມພານີ້ ພາຍຫລັງໄດ້ດໍາເນີນມາເປັນເວລາ 15 ວັນ, ນັບແຕ່ວັນທີ 24 ມັງ ກອນ ຫາ 14 ກຸມພາ 2025 ທີ່ສະຖາບັນສື່ມວນຊົນ ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງ ຖວທ ໂດຍການເຂົ້າຮ່ວມຂອງຮອງສາດສະດາຈານພູວົງ ອູ່ນຄໍາແສນ, ກໍາມະການສູນກາງພັກ,ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ຄູ-ອາຈານສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສໍາມະນາກອນຈາກຂະແໜງການສື່ມວນຊົນສູນກາງ.

ຮອງສາດສະດາຈານ ພູວົງ ອູ່ນຄໍາແສນ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດມີຄໍາເຫັນວ່າ: ການຈັດຝຶກອົບຮົມຄັ້ງນີ້ ຖືວ່າມີຄວາມເຄັ່ງຮ້ອນພໍສົມຄວນ, ວິທະຍາກອນໄດ້ພະຍາຍາມ ຖ່າຍທອດຄວາມຮູ້ຕາມຫຼັກສູດຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລວມທັງບົດຮຽນທີ່ກ່ຽວຂ້ອງກັບວຽກງານສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວໃຫ້ສຳມະນາກອນສາມາດເກັບກຳໄດ້ຄວາມຮູ້ພື້ນຖານດ້ານທິດສະດີມາກ-ເລນິນ ແລະ ວິຊາອື່ນໆຕາມຫຼັກສູດຢ່າງເປັນລະບົບຄົບຊຸດ ພ້ອມນີ້ ສຳມະນາກອນຍັງໄດ້ຮຽນຮູ້ກ່ຽວກັບບົດຮຽນສື່ມວນຊົນ, ວັດ ທະນະທຳ ແລະ ທ່ອງທ່ຽວ, ທັດຊະນະຂອງພັກຕໍ່ວຽກງານຂອງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຊຶ່ງແມ່ນຍຸດທະວິທີໃນການເຄື່ອນໄຫວວຽກງານສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວໃນເງື່ອນໄຂໄໝ່ ທີ່ສາມາດນຳເອົາໄປໝູນໃຊ້ໃນການເຄື່ອນໄຫວໜ້າທີ່ວຽກງານວິຊາສະເພາະ ແລະ ການດຳລົງຊີວິດໃຫ້ໄດ້ຮັບຜົນດີກວ່າເກົ່າ.

ຮອງສາດສະດາຈານ ພູວົງ ອູ່ນຄໍາແສນ,ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຍັງເນັ້ນໜັກໃຫ້ສຳມະນາກອນທຸກຄົນນຳເອົາບົດຮຽນອັນລໍ້າຄ່າທີ່ຄູອາຈານຖ່າຍທອດໃຫ້ນໍາໄປຜັນຂະຫຍາຍໃຫ້ເກີດດອກອອກຜົນຢ່າງແທ້ຈິງ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຈະ ເລີນກ້າວໜ້າສີວິໄລຂື້ນໄປເລື້ອຍໆ.

ໂດຍ: ວສລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments