ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດພິທີຖະແຫຼງຂ່າວງານສັບປະດາດິຈິຕອນລາວ ປະຈໍາປີ 2025 ຫຼື Lao Digital Week 2025 ໃນວັນທີ 14 ກຸມພາ 2025 ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.
ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ຮູ້ວ່າ: ການຈັດງານຄັ້ງນີ້, ເພື່ອໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ທົ່ວສັງຄົມມີຄວາມຮັບຮູ້ ແລະ ເຂົ້າ ໃຈກ່ຽວກັບການຫັນເປັນອຸດສະຫະກໍາທັນສະໄໝ ການພັດທະນາເສດຖະກິດ ແລະ ສັງຄົມດິຈິຕ໋ອນຂອງລາວ, ຊຸກຍູ້ສົ່ງເສີມການນໍາໃຊ້ນະວັດຕະກຳທາງດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ ແລະ ດີຈີຕອນທີ່ທັນສະໄໝເຂົ້າໃນທຸກຂະແໜງການເພື່ອພັດທະນາເສດຖະກິດ-ສັງຄົມແຕ່ສູນກາງລົງຮອດທ້ອງຖິ່ນ, ຊຸກຍູ້ຂະບວນການຜະລິດສິນຄ້າ, ການບໍລິ ການໃຫ້ກາຍເປັນຜະລິດຕະພັນທີ່ມີຄວາມຫຼາກຫຼາຍ, ສ້າງມູນຄ່າເພີ່ມ ແລະ ສາມາດແຂ່ງຂັນກັບຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ນອກນັ້ນ ເພື່ອຄັດ ເລືອກເອົາຜະລິດຕະພັນໄອຊີທີ ແລະ ດິຈິຕ໋ອນຂອງລາວເຂົ້າຮ່ວມແຂ່ງຂັນໃນລະດັບເວທີອາຊຽນ ແລະ ສາກົນ ເປັນຕົ້ນແມ່ນງານແຂ່ງຂັນ ASEAN ICT Award 2025 ແລະ ທັງເປັນການປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ 9 ນັບແຕ່ 2021-2025 ແລະ ແຜນພັດທະນາເສດຖະກິດດິຈິຕອນກໍ່ຄືຍຸດທະສາດການພັດທະນາເສດຖະກິດດິຈິຕອນໃຫ້ປະກົດຜົນເປັນຈິງ.

ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ຮູ້ຕື່ມວ່າ: ງານຄັ້ງນີ້, ເປັນງານມະຫະກຳເຕັກໂນໂລຊີໄອຊີທີ ແລະ ດີຈີຕອນ ປະກອບມີຫຼາຍກິດຈະກໍາສໍາຄັນຕ່າງໆທີ່ຈະຈັດຂຶ້ນພ້ອມກັນເປັນຕົ້ນແມ່ນກອງປະຊຸມລະດັບສູງທີ່ໄດ້ເຊີນບັນດາການນໍາຂອງແຕ່ລະກະຊວງເຂົ້າຮ່ວມແລກປ່ຽນບົດຮຽນໃນການຫັນແຕ່ລະຂະແໜງການໃຫ້ເປັນທັນສະໄໝ, ກອງປະຊຸມສຳມະນາການຫັນເປັນລັດຖະບານດີຈີຕອນ, ການນໍາໃຊ້ເຕັກໂນໂລຊີເຂົ້າໃນການສ້າງເສດຖະ ກິດດີຈີຕອນ, ສໍາມະນາອຸດສາຫະກໍາ 4.0 ແລະ ເຕັກໂນໂລຊີອັດສະລິຍະ, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ, ຖານຂໍ້ມູນຂະໜາດໃຫຍ່ ຫຼື Big Data, ການປະມວນຜົນຜ່ານລະບົບຄລາວ ຫຼື Cloud Computing, ປັນຍາປະດິດ ຫຼື AI, ອິນເຕີເນັດຊັບພະສິ່ງ, ການພັດທະນາຊັບພະຍາ ກອນມະນຸດເພື່ອຮອງຮັບຕະຫຼາດແຮງງານໃນຍຸກດີຈີຕອນ ແລະ ອື່ນໆ.

ພາຍໃນງານຍັງຈະມີການວາງສະແດງ ແລະ ການສາທິດຜົນສໍາເລັດເຕັກໂນໂລຊີຂໍ້ມູນຂ່າວສານ, ໂທລະຄົມ ມະນາຄົມ, ການສື່ສານ ແລະ ນະວັດຕະກຳທີ່ເປັນຜົນງານການຄົ້ນຄ້ວາ ແລະ ປະດິດສ້າງຂອງທຸລະກິດ start up ຈາກພາຍໃນ ແລະ ຕ່າງປະເທດຈຳນວນ 100 ກວ່າຮ້ານ.
ງານສັບປະດາດີຈີຕອນລາວ ປະຈໍາປີ 2025 ນີ້ ຈະຈັດຂຶ້ນໃນລະຫວ່າງ ວັນທີ 2 ຫາ 6 ເມສາ 2025, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງງວຽງຈັນ ພາຍໃຕ້ຄໍາຂວັນ “ ພັດທະນາພື້ນຖານໂຄງລ່າງດີຈີຕອນຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງ.