Friday, February 21, 2025
Homeຂ່າວດ່ວນປີຜ່ານມາ ທົ່ວປະເທດ ມີອາຊະຍາກຳເກີດຂຶ້ນທັງໝົດ 8.083 ເລື່ອງ, ໃນນັ້ນ ພົ້ນເດັ່ນແມ່ນບັນຫາຢາເສບຕິດ

ປີຜ່ານມາ ທົ່ວປະເທດ ມີອາຊະຍາກຳເກີດຂຶ້ນທັງໝົດ 8.083 ເລື່ອງ, ໃນນັ້ນ ພົ້ນເດັ່ນແມ່ນບັນຫາຢາເສບຕິດ

ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າຫ້ອງການກົມໃຫຍ່ຕໍາຫຼວດ ໃຫ້ຮູ້ໃນໂອກາດລາຍງານຕໍ່ກອງປະຊຸມສະຫຼຸບວຽກງານຕໍາຫຼວດ ປະຈໍາປີ 2024 ແລະ ວາງທິດທາງແຜນການຈຸດສຸມປີ 2025 ໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2025 ວ່າ: ໃນໄລຍະ 1 ປີຜ່ານມາ, ອາຊະຍາກຳເກີດຂຶ້ນທັງໝົດ 8.083 ເລື່ອງ. ໃນນີ້, (ບໍ່ນັບອຸບັດ ຕິເຫດ ແລະ ອັກຄີໄພ), ສາມາດມ້າງໄດ້ 7.143 ເລື່ອງ, ຜູ້ຖືກຫາ 10.702 ຄົນ ຍິງ 1.410 ຄົນ, ຕ່າງປະເທດ 378 ຄົນ ຍິງ 34 ຄົນ, ພົ້ນເດັ່ນແມ່ນບັນຫາຢາເສບຕິດ 4.185 ເລື່ອງ, ການກະທໍາຜິດທາງເສດຖະກິດ 760 ລາຍ, ການຄ້າມະນຸດ 46 ລາຍ, ການກະທຳຜິດທາງອາຍາທົ່ວໄປ 3.119 ລາຍ. ໃນນີ້, ມີລົດຈັກເສຍ 1.401 ຄັນ (ນະຄອນຫຼວງວຽງຈັນ 1.167 ຄັນ), ລົດໃຫຍ່ເສຍ 19 ຄັນ (ຕ່າງແຂວງ 11 ຄັນ), ຄາດຕະກຳ 100 ເລື່ອງ, ລັກພາຕົວ 18 ເລື່ອງ, ທໍາຮ້າຍຮ່າງກາຍ 146 ເລື່ອງ, ລັກຊັບພົນລະເມືອງ 2.186 ເລື່ອງ, ຊີງຊັບພົນລະເມືອງ 76 ລາຍ, ປຸ້ນຊັບພົນລະ ເມືອງ 64 ເລື່ອງ ແລະ ຄະດີປະເພດອື່ນໆ ອີກຈໍານວນໜຶ່.

ນອກນີ້, ໃນປີ 2024 ຜ່ານມາ ທົ່ວປະເທດສາມາດມ້າງຄະດີຢາເສບຕິດໄດ້ 4.158 ເລື່ອງ, ຈັບຜູ້ຖືກຫາໄດ້ 6.297 ຄົນ ຍິງ 608 ຄົນ, ຕ່າງປະເທດ 232 ຍິງ 24 ຄົນ. ຍຶດຂອງກາງຢາເສບຕິດປະເພດຕ່າງໆໄດ້: ເຮໂຣອິນ 391,58 ກິໂລກຼາມ, ຢາບ້າ 91.509.571 ເມັດ, ຢາຝິ່ນ 88,75 ກິໂລກຼາມ, ໂຄເຄນ 1 ກິໂລກຼາມ, ເຄຕາມິນ 279,35 ກິໂລກຼາມ, ຄັນຊາ 3,274,28 ກິໂລກຼາມ, ຢາອີ 2.725 ເມັດ ກັບ 61,44 ກິໂລກຼາມ, ແປ້ງຝຸ່ນ 10,453,84 ກິໂລກຼາມ, ນໍ້າຢາສານເຄມີ 101 ຖັງ ແລະ ກວດພົບເຄື່ອງຂອງກາງໃນການນໍາໃຊ້ເຄື່ອນໄຫວກໍ່ການກະທໍາຜິດເຊັ່ນ: ພາຫະນະ, ອາວຸດ, ອຸປະກອນປະເພດຕ່າງໆຄື: ລົດໃຫຍ່ 101 ຄັນ, ລົດຈັກ 662 ຄັນ, ອາວຸດປືນ 38 ກະບອກ, ລູກປືນ 2.273 ລູກ, ໝາກແຕກ 5 ໜ່ວຍ, ເງິນກີບ 1.040.683.000 ກີບ, ເງິນບາດ 2.442.244 ບາດ, ເງິນໂດລາ 2.300 ໂດລາ, ເງິນຢວນ 5.167.325 ຢວນ, ເງິນເຢັນ 50.000 ເຢັນ ແລະ ເຄື່ອງຂອງກາງອື່ນໆອີກຫຼາຍລາຍການ.

Cr: ແກ້ວ, ຄວາມສະຫງົບລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments