ຜູ້ຕາງໜ້າຊາວໜຸ່ມ ຫລາຍກວ່າ 2.000 ຄົນ ຈາກຫລາຍກວ່າ 100 ປະເທດທົ່ວໂລກ ເຂົ້າຮ່ວມເວທີປາໄສເພື່ອການພັດທະນາຊາວໜຸ່ມໂລກທີ່ ສປ ຈີນ ເປັນເຈົ້າພາບ ໂດຍມີພິທີເປີດງານຢ່າງເປັນທາງການ ໃນຕອນບ່າຍວັນທີ 21 ກໍ ລະກົດ 2022 ທີ່ນະຄອນຫລວງປັກກິ່ງ, ທັງຮູບແບບເຊີ່ງໜ້າ ແລະ ຜ່ານລະບົບອອນລາຍ. ພາຍໃຕ້ຫົວຂໍ້: “ ເພື່ອອະ ນາຄົດຮ່ວມກັນ: ການສົ່ງເສີມການພັດທະນາແບບຍືນຍົງກັບຊາວຫນຸ່ມ ແລະ ເພື່ອຊາວໜຸ່ມ “. ສໍາລັບຕາງໜ້າຊາວ ໜຸ່ມລາວເຂົ້າຮ່ວມພິທີໃນຄັ້ງນີ້ແມ່ນ ທ່ານ ມອນໄຊ ລາວມົ່ວຊົ່ງ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາ ຊົນ ປະຕິວັດລາວ.

ຈຸດປະສົງຂອງການຈັດເວທີປາໄສດັ່ງກ່າວ ເພື່ອເປັນເວ ລາສໍາລັບການພົບປະສົນທະນາຂອງບັນດາອົງການຈັດຕັ້ງສາກົນ, ລັດຖະບານ, ອົງການຊາວຫນຸ່ມ, ຜູ້ນໍາໄວຫນຸ່ມ ແລະ ທຸກພາກສ່ວນຂອງສັງຄົມ, ລວມທັງພະຍາຍາມທີ່ຈະສ້າງຄູ່ຮ່ວມມືໃນການພັດທະນາທົ່ວໂລກ ເພື່ອສະຫນັບສະ ຫນູນຄວາມເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ການພັດ ທະນາຊາວຫນຸ່ມ, ລວມເຖີງການສົ່ງເສີມການຈັດຕັ້ງປະຕິ ບັດແນວຄິດລິເລີ່ມວາລະປີ 2030 ເພື່ອການພັດທະນາແບບຍືນຍົງ ແລະໂຄງການລິເລີ່ມການພັດທະນາທົ່ວ ໂລກ.

ໃນພິທີເປີດເວທີປາໄສເພື່ອການພັດທະນາຊາວໜຸ່ມໂລກຢ່າງເປັນທາງການໃນຄັ້ງນີ້ ຕາງໜ້າຊາວໜຸ່ມຈາກ 100 ປະເທດທົ່ວໂລກ ໄດ້ຮັບຟັງການສະເໜີກ່ຽວກັບວຽກ ງານການພັດທະນາຊາວໜຸ່ມຈາກຫລາຍປະເທດ ແລະ ບາງອົງການທີ່ກ່ຽວຂ້ອງກັບການພັດທະນາຊາວໜຸ່ມ ເພື່ອແລກ ປ່ຽນບົດຮຽນຮ່ວມກັນ. ນອກຈາກນີ້ ຍັງໄດ້ຮັບຟັງສານຂອງທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ ແລະ ສານຂອງ ທ່ານ ອັນໂຕນິໂອ ກູເຕີເຣັສ, ເລຂາທິການໃຫຍ່ອົງ ການສະຫະປະຊາຊາດ ທີ່ສົ່ງເຖີງເວທີປຶກສາຫາລືກ່ຽວກັບການພັດທະນາຊາວໜຸ່ມໂລກໃນຄັ້ງນີ້ ເຊີ່ງທັງສອງທ່ານຕ່າງໄດ້ເນັ້ນຢໍ້າເຖີງຄວາມສໍາຄັນຂອງການພັດທະນາຊາວ ໜຸ່ມ ເຊີ່ງຈະກາຍເປັນກໍາລັງສໍາຄັນໃນການພັດທະນາເສດ ຖະກິດ- ສັງຄົມຂອງແຕ່ລະປະເທດ.

ສໍາລັບ ທ່ານ ມອນໄຊ ລາວມົ່ວຊົ່ງ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທີ່ເຂົ້າຮ່ວມເວທີປາໄສໃນຄັ້ງນີ້ ໄດ້ມີຄໍາເຫັນຜ່ານຄລິປວິດີໂອສັ້ນທີ່ຍົກໃຫ້ເຫັນຄວາມເອົາໃຈໃສ່ຂອງລັດຖະບານລາວຕໍ່ການພັດ ທະນາຊາວໜຸ່ມເຊີ່ງເປັນຜູ້ສືບທອດພາລະກິດທີ່ສໍາຄັນຂອງປະເທດຊາດ, ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຂອບ ໃຈມາຍັງບັນດາອົງການຈັດຕັ້ງສາກົນ ກໍຄື ບັນດາປະເທດທີ່ໃຫ້ການຊ່ວຍເຫລືອລາວໃນການພັດທະນາຊາວໜຸ່ມ ເຊີ່ງເປັນການປະກອບສ່ວນສໍາຄັນເຮັດໃຫ້ຊາວໜຸ່ມລາວໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

ເວທີປາໄສເພື່ອການພັດທະນາຊາວໜຸ່ມໂລກທີ່ ສປ ຈີນ ເປັນເຈົ້າພາບໃນຄັ້ງນີ້ ຈະດໍາເນີນໄປເປັນເວລາ 3 ຄື: ແຕ່ວັນທີ 21-23 ກໍລະກົດ 2022. ຕະຫລອດໄລຍະເວລາ 3 ວັນ ຕາງໜ້າຊາວໜຸ່ມຈາກຫລາຍກວ່າ 100 ປະເທດທົ່ວ ໂລກຈະໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນ 4 ຫົວຂໍ້ສໍາຄັນ ຄື: ການປຶກສາຫາລືກ່ຽວກັບການຈ້າງງານ ແລະ ການເປັນຜູ້ປະກອບການ, ການປະຕິບັດງານກ່ຽວ ກັບສະພາບດິນຟ້າອາກາດ ແລະ ການພັດທະນາສີຂຽນ, ເສດຖະກິດດິຈິຕອລ ແລະ ການປຶກສາຫາລືກ່ຽວກັບການສຶກສາທີ່ມີຄຸນນະພາບລວມ ແລະ ສະເໝີພາບ.

Cr: ບຸນຕຽງ ຈັນທະວົງ

LEAVE A REPLY

Please enter your comment!
Please enter your name here