Saturday, February 22, 2025
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ຢ້ຽມຢາມໂຮງງານ ຂອງບໍລິສັດຮ່ວມມືພັດທະນາບໍ່ແຮ່ໄຊສົມບູນຈຳກັດຜູ້ດຽວ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມໂຮງງານ ຂອງບໍລິສັດຮ່ວມມືພັດທະນາບໍ່ແຮ່ໄຊສົມບູນຈຳກັດຜູ້ດຽວ

ຕອນບ່າຍວັນທີ 10 ກຸມພາ 2025 ນີ້, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ, ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຮງງານຂອງ ບໍລິສັດຮ່ວມມືພັດທະນາບໍ່ແຮ່ໄຊສົມບູນ ຈຳກັດຜູ້ດຽວ ຢູ່ແຂວງໄຊສົມບູນ, ມີ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມຄະນະຮ່ວມຕິດຕາມ. ທັງນີ້, ກໍເພື່ອ ເປັນການຕິດຕາມ ການຈັດຕັ້ງປະຕິບັດບັນດາໂຄງການຂຸດຄົ້ນບໍ່ແຮ່ ທີ່ກຳນົດໃນແຜນພັດທະນາເສດຖະກິດສັງຄົມ ໃຫ້ຖືກຕ້ອງຕາມລະບຽບຫລັກການ ທີ່ກຳນົດໄວ້ຢ່າງເຂັ້ມງວດ ແນໃສ່ເຮັດໃຫ້ການຂຸດຄົ້ນມີຄວາມເປັນລະບຽບ ຮຽບຮ້ອຍ ຖືກຕ້ອງສອດຄ່ອງຕາມ 4 ກົດໝາຍ ທີ່ຕິດພັນ ເປັນຕົ້ນ ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບ, ກົດໝາຍວ່າດ້ວຍແຮ່ທາດ ແລະ ກົດໝາຍວ່າດ້ວຍການລົງທຶນຂອງລັດ.

ທ່ານ ພອນແກ້ວ ອິນທະລັງສີ ຮອງຜູ້ບໍລິຫານງານຝ່າຍລາວ ຕາງໜ້າບໍລິສັດຮ່ວມມືພັດທະນາບໍ່ແຮ່ໄຊສົມບູນ ຈຳກັດຜູ້ດຽວ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານຂອງ ບໍລິສັດຮ່ວມມືພັດທະນາບໍ່ແຮ່ໄຊສົມບູນ ຈຳກັດຜູ້ດຽວ ພາຍຫລັງທີ່ໄດ້ເຊັນເຊັນສັນຍາ MOU ໃນປີ 2020 ແລະ ເຊັນສັນຍາ CA ໃນປີ 2023 ບໍລິສັດໄດ້ປະຕິບັດມອບພັນທະໃຫ້ແກ່ລັດຖະບານ ແລະ ແຂວງໄຊສົມບູນ ຕາມສັນຍາ, ບໍລິສັດສາມາດປ້ອນແຮ່ໄດ້ 600 ໂຕນຕໍ່ມື້, ໃນປີ 2024 ບໍລິສັດ ໄດ້ປ້ອນແຮ່ດິບເຂົ້າໂຮງງານທັງໝົດ 161.000 ໂຕນ, ໄດ້ເປີດເຕົາຫລອມ 3 ຄັ້ງ ສາມາດເກັບກູ້ຜະລິດຕະພັນແຮ່ຄໍາທັງໝົດ 169 ກິໂລ ຊຶ່ງຄຸນນະພາບຂອງແຮ່ຄໍາແມ່ນ 70%, ໄດ້ມອບໃຫ້ແກ່ລັດຖະບານ ແລະ ແຂວງ ຕາມສັນຍາ 3 ຄັ້ງ ລວມທັງໝົດ 23,5 ກິໂລ.

ໂອກາດນີ້, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຍັງໄດ້ໃຫ້ທິດຊີ້ນຳຕໍ່ການຈັດຕັ້ງປະຕິບັດ ວຽກງານໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານ ດຳເນີນໄປດ້ວຍຄວາມຖືກຕ້ອງ ຕາມຂັ້ນຕອນ ແລະ ລະບຽບຫລັກການ, ທັງເປັນການຮັກສາສິດຜົນປະໂຫຍດຂອງທັງສອງຝ່າຍໃຫ້ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້ ໃນແຕ່ລະໄລຍະຂອງການຂຸດຄົ້ນ ດ້ວຍຄວາມເປັນທຳ ແນໃສ່ສ້າງຄວາມເປັນເອກະພາບສູງໃນການຈັດຕັ້ງປະຕິບັດ, ເຮັດໃຫ້ທົ່ວສັງຄົມມີສະຕິເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃຫ້ສູງຂຶ້ນ, ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ມີຄວາມເຂັ້ມງວດ ແລະ ສັກສິດກວ່າເກົ່າ.

ຂ່າວ: ຄຳໝັ້ນ ພຽງພິລາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments