Saturday, February 22, 2025
Homeຂ່າວຕ່າງປະເທດຝຣັ່ງ ປະກາດຈະລົງທຶນໃນດ້ານ ປັນຍາປະດິດ ຫລາຍກວ່າ 100 ຕື້ເອີໂຣ

ຝຣັ່ງ ປະກາດຈະລົງທຶນໃນດ້ານ ປັນຍາປະດິດ ຫລາຍກວ່າ 100 ຕື້ເອີໂຣ

ວິທະຍຸສາກົນ ແຫ່ງ ສປ ຈີນ, ກອງ​ປ​​ະຊູມສຸດຍອດ​ການເຄື່ອນ​ໄຫວປັນຍາປະດິດ (AI) ຈັດຂຶ້ນໃນລະຫວ່າງວັນທີ 9-12 ກຸມພານີ້, ທ່ານ​ ເອັມມາ​ນູ​ເອວ ມາ​ຄ​ຣົ​ງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ​ໄດ້ປະ​ກາດ​ວ່າ ຈະ​ລົງ​ທຶນ 109 ຕື້​ເອີ​ໂຣ ເຂົ້າໃນ​ຂົງ​ເຂດ AI ໃນ​ຫລາຍ​ປີ​ຂ້າງ​ໜ້າ. ທ່ານ​ ເອັມມາ​ນູ​ເອວ ມາ​ຄ​ຣົ​ງ ຫວັງວ່າປະ​ເທດ​ຝ​ຣັ່ງ ​ສາ​ມາດກຳ​ເອົາ​ໂອ​ກາດນີ້ໃນຍຸກ​ໃໝ່, ​ຫລັງຈາກມີ​ຊາວ​ໜຸ່ມ 1 ແສນ​ຄົນ ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ໃນ​ໂຄງ​ການນີ້. ທ່ານໄດ້ກ່າວ​ເນັ້ນ​ໜັກ​ວ່າ: ​ເມື່ອ​ຜະ​ເຊີນ​ກັບ ສິ່ງ​ທ້າ​ທາຍ​ຈາກ AI, ເອີ​ຣົບ ຕ້ອງ​ຫລົບ​ຫລີກ​ການ​ຕິດ​ຕາມ​ຄຸ້ມ​ຄອງກ່ອນ​ແລ້ວ​ ຈຶ່ງ​ທຳ​ການ​ປະ​ດິດ​ສ້າງ, ຖ້າ​ບໍ່​ດັ່ງ​ນັ້ນ​ ຈະ​ພົ້ນ​ຈາກ​ວົງ​ໂຄ​ຈອນ​ການ​ປະ​ດິດ​ສ້າງ ແລະ ​ຫລ້າ​ຫລັງ​ ໄປ​ໃນ​ການ​ແຂ່ງ​ຂັນ​ໃນ​ຂົງ​ເຂດນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments