ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ໃນຊຸມປີມໍ່ໆ ມານີ້, ການຫລອກລວງທາງໂທລະຄົມຂ້າມຊາດ ຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ນັບມື້ນັບຮ້າຍແຮງຂຶ້ນ ເຊິ່ງເປັນໄພຂົ່ມຂູ່ຢ່າງໜັກໜ່ວງຕໍ່ຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ ກໍຄືສະຖຽນລະພາບຂອງສັງຄົມບັນດາປະເທດໃນພາກພື້ນນີ້. ເມື່ອຜະເຊີນໜ້າກັບບັນຫາທີ່ສັບສົນດັ່ງກ່າວ, ຈີນ ແລະ ບັນດາປະເທດໃນພາກພື້ນ ໄດ້ເພີ່ມທະວີການຮ່ວມມື, ປະຕິບັດມາດຕະການຢ່າງເດັດດ່ຽວ ເພື່ອຮ່ວມກັນປາບປາມການຫລອກລວງທາງໂທລະຄົມຂ້າມຊາດ.
ນັບແຕ່ວັນທີ 5 ກຸມພານີ້ເປັນຕົ້ນມາ, ອົງການພະລັງງານໄຟຟ້າຂັ້ນທ້ອງຖິ່ນຂອງໄທ ໄດ້ຕັດການສະໜອງໄຟຟ້າໃຫ້ ມຽນມາ ທີ່ຢູ່ເຂດຊາຍແດນ ໄທ-ມຽນມາ ເພື່ອປາບປາມການຫລອກລວງທາງໂທລະຄົມ ເຮັດໃຫ້ເຂດທ່າຂີ້ເຫລັກ ຂອງມຽນມາ ຈຳເປັນຕ້ອງໄດ້ອາໄສການສະໜອງໄຟຟ້າຈາກລາວ. ແຕ່ໃນວັນທີ 7 ກຸມພານີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງລາວ ໄດ້ພົບປະກັບ ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ. ທ່ານ ໂພໄຊ ໄຊຍະສອນ ຢືນຢັນຢ່າງຈະແຈ້ງວ່າ: ລາວ ໄດ້ປະຕິບັດມາດຕະການຈຳກັດການສະໜອງໄຟຟ້າໃຫ້ເຂດທ່າຂີ້ເຫລັກ ຂອງມຽນມາ ແລະ ຈະບໍ່ອະນຸຍາດໃຫ້ນຳໃຊ້ໄຟຟ້າຈາກລາວ ເຂົ້າໃນການສະໜັບສະໜູນວຽກງານໃດໆ ນອກຈາກນໍາໃຊ້ເຂົ້າໃນການດໍາລົງຊີວິດປະຈໍາວັນຂອງປະຊາຊົນ ໂດຍສະເພາະແມ່ນການຫລອກລວງທາງໂທລະຄົມ ແລະ ອາຊະຍະກຳອື່ນໆ.

ນອກນີ້, ໃນຫວ່າງມໍ່ໆມານີ້, ທ່ານ ຮຸນ ມາເນັດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ກ່າວໃນກອງປະຊຸມສະຫລຸບວຽກງານຂອງກະຊວງໄປສະນີ-ໂທລະຄົມກຳປູເຈຍ ວ່າ: ທ່ານ ຈະນຳພາວຽກງານດ້ວຍຕົນເອງ ເພື່ອປາບປາມການຫລອກລວງທາງໂທລະຄົມ, ການຄ້າມະນຸດ ແລະ ອາຊະຍະກຳອື່ນໆຢ່າງແຂງແຮງ ແລະ ຮອບດ້ານ.
ມາດຕະການດັ່ງກ່າວບໍ່ພຽງແຕ່ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈຢ່າງເດັດດ່ຽວຂອງລັດຖະບານລາວ, ໄທ, ກໍາປູເຈຍ ແລະ ປະເທດອື່ນໆໃນອາຊີຕາເວັນອອກສຽງໃຕ້ໃນດ້ານການປາບປາມການຫລອກລວງທາງໂທລະຄົມ ເທົ່ານັ້ນ, ຍັງໄດ້ສ້າງແບບຢ່າງທີ່ດີໃຫ້ແກ່ການຮ່ວມມືພາຍໃນພາກພື້ນດັ່ງກ່າວອີກດ້ວຍ.

ອາຊະຍະກຳຫລອກລວງທາງໂທລະຄົມທີ່ມີລັກສະນະຂ້າມຊາດ, ຫລົບລີ້ ແລະ ສັບສົນ ແມ່ນຍາກທີ່ຈະປາບປາມໄດ້ດ້ວຍກຳລັງແຮງຂອງປະເທດດຽວ. ສະນັ້ນ, ບັນດາປະເທດພາຍໃນພາກພື້ນມີຄວາມຈຳເປັນທີ່ສຸດຕ້ອງເພີ່ມທະວີການຮ່ວມມື ແລະ ສຸມກຳລັງຮ່ວມກັນ. ສິ່ງທີ່ໜ້າຊົມເຊີຍນັ້ນກໍຄື ຈີນ ແລະ ບັນດາປະເທດໃນພາກພື້ນໄດ້ດຳເນີນການຮ່ວມມືກັນໃນດ້ານການປາບປາມການຫລອກລວງທາງໂທລະຄົມຂ້າມຊາດ ແລະ ໄດ້ຮັບຜົນສຳເລັດຢ່າງຫລວງຫລາຍ. ຍົກຕົວຢ່າງ: ຈີນ ແລະ ມຽນມາ ໄດ້ລົງເລິກການຮ່ວມມືດ້ານວຽກງານຕຳຫລວດສາກົນ, ມີຜູ້ຖືກສົງໄສຕ້ອງໂທດການຫລອກລວງທາງໂທລະຄົມ 50.000 ຄົນ ໄດ້ຖືກສົ່ງກັບຄືນຈີນ, ທ່າອ່ຽງຂອງການຫລອກລວງທາງໂທລະຄົມທີ່ເກີດຂຶ້ນເລື້ອຍໆຢູ່ພາກເໜືອຂອງມຽນມາ ໄດ້ຮັບການສະກັດກັ້ນ ແລະ ແກ້ໄຂຢ່າງມີປະສິດທິຜົນ. ໃນລະຫວ່າງເດືອນສິງຫາ ຫາ ເດືອນທັນວາ ປີ 2024, ສູນຮ່ວມມືການປະຕິບັດກົດໝາຍແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ປະສານສົມທົບກັບອົງການປະຕິບັດກົດໝາຍຂອງ 6 ປະເທດ ຄື: ຈີນ, ລາວ, ໄທ, ມຽນມາ, ກຳປູເຈຍ ແລະ ຫວຽດນາມ ເພື່ອຈັດຕັ້ງປະຕິບັດກົດໝາຍຮ່ວມກັນພາຍໃຕ້ລະຫັດ “ນົກນາງນວນ” ແລະ ສາມາດມ້າງຄະດີປະເພດຕ່າງໆໄດ້ 160 ກວ່າຄະດີ, ຈັບກຸມຜູ້ຕ້ອງຫາໄດ້ຫລາຍກວ່າ 70.000 ຄົນ ແລະ ຊ່ວຍເຫລືອຜູ້ປະສົບເຄາະຮ້າຍ 160 ກວ່າຄົນ.

ການປາບປາມການຫລອກລວງທາງໂທລະຄົມ ຕ້ອງປະຕິບັດຮ່ວມກັນຢ່າງເດັດຂາດຕໍ່ເນື່ອງ ແລະ ຍາວນານ. ສູນຮ່ວມມືການປະຕິບັດກົດໝາຍແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ວາງແຜນຈະເລີ່ມການປະຕິບັດກົດໝາຍຮ່ວມ ພາຍໃຕ້ລະຫັດ “ນົກນາງນວນ” ເປັນຄັ້ງທີສອງ ໃນເວລາທີ່ເໝາະສົມ ໂດຍສືບຕໍ່ສຸມກຳລັງເຂົ້າໃນການແກ້ໄຂບັນຫາການຫລອກລວງທາງໂທລະຄົມ ແລະ ອາຊະຍະກຳອື່ນໆທີ່ກ່ຽວຂ້ອງ. ນອກນີ້, ບັນດາປະເທດພາຍໃນພາກພື້ນກຳລັງພິຈາລະນາສ້າງກົນໄກໄລຍະຍາວເພື່ອປາບປາມການຫລອກລວງທາງໂທລະຄົມ ເຊິ່ງລວມທັງການຈັດການເຄື່ອນໄຫວຮ່ວມກັນເປັນປະຈຳ, ເຕັກໂນໂລຊີຕໍ່ຕ້ານການຫລອກລວງ ແລະ ລະບົບຂ່າວລັບທີ່ເປັນມືອາຊີບ ແລະ ການມີສ່ວນຮ່ວມຂອງຂົງເຂດທະນາຄານ ແລະ ໂທລະຄົມ.

ເວົ້າລວມແລ້ວ, ການປາບປາມການຫລອກລວງທາງໂທລະຄົມຂ້າມຊາດ ເປັນໜ້າທີ່ວຽກງານທີ່ໜັກໜ່ວງ ແລະ ຍາວນານ. ການຈຳກັດການສະໜອງໄຟຟ້າຂອງລາວ, ການຕັດການສະໜອງໄຟຟ້າຂອງໄທ ແລະ ຜົນສຳເລັດຂອງການປະຕິບັດກົດໝາຍຮ່ວມພາຍໃຕ້ລະຫັດ “ນົກນາງນວນ” ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈ ແລະ ຄວາມສາມາດຂອງບັນດາປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້ໃນການປາບປາມການຫລອກລວງທາງໂທລະຄົມຂ້າມຊາດ. ໃນອະນາຄົດ, ບັນດາປະເທດພາຍໃນພາກພື້ນດັ່ງກ່າວ ຕ້ອງສືບຕໍ່ເພີ່ມທະວີການ ຮ່ວມມື, ປະຕິບັດບັນດາມາດຕະການທີ່ວາງອອກຢ່າງແຂງແຮງກວ່າເກົ່າ ຈຶ່ງຈະສາມາດສະກັດກັ້ນອາຊະຍະກຳຫລອກລວງທາງໂທລະຄົມ ໄດ້ໂດຍພື້ນຖານ ເພື່ອປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ. ສ່ວນ ຈີນ ກໍຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານການປະຕິບັດກົດໝາຍ ແລະ ຄວາມໝັ້ນຄົງກັບບັນດາປະເທດທີ່ກ່ຽວຂ້ອງໃນພາກພື້ນ, ປະຕິບັດມາດຕະການຢ່າງເດັດດ່ຽວ ເພື່ອຮ່ວມກັນປົກປັກຮັກສາຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນໃຫ້ນັບມື້ດີຂຶ້ນກວ່າເກົ່າ.