ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ບັນດາຂໍ້ກຳນົດທຳອິດທີ່ໄດ້ໝູນໃຊ້ ໃນນັ້ນລວມມີ ນິຍາມກ່ຽວກັບລະບົບ AI, ຍົກສູງຄວາມຮັບຮູ້ກ່ຽວກັບ AI ແລະ ບາງກໍລະນີທີ່ຫ້າມນຳໃຊ້ AI ຍ້ອນຄວາມສ່ຽງແອບແຝງ ບໍ່ອາດຍອມຮັບໄດ້ໃນ EU.
ຂ່າວລະບຸວ່າ: ນັບແຕ່ວັນທີ 2 ກຸມພາ ເປັນຕົ້ນໄປ, ບັນດາຂໍ້ກຳນົດທຳອິດຂອງກົດໝາຍວ່າດ້ວຍປັນຍາປະດິດ (AI Act) ຂອງ ສະຫະພາບເອີຣົບ (EU) ມີຜົນສັກສິດຢ່າງເປັນທາງການ, ສ້າງບາດລ້ຽວສຳຄັນໃນການຄຸ້ມຄອງ ແລະ ກຳນົດອະນາຄົດຂອງຂະແໜງອຸດສາຫະກຳ AI.
ບັນດາຂໍ້ກຳນົດທຳອິດທີ່ໄດ້ໝູນໃຊ້ນັ້ນ ລວມມີ: ນິຍາມກ່ຽວກັບລະບົບ AI, ຍົກສູງຄວາມຮັບຮູ້ກ່ຽວກັບ AI ແລະ ບາງກໍລະນີທີ່ຫ້າມນຳໃຊ້ AI ຍ້ອນຄວາມສ່ຽງແອບແຝງ ບໍ່ອາດຍອມຮັບໄດ້ໃນ EU. ສິ່ງດັ່ງກ່າວ ໄດ້ວາງພື້ນຖານໃຫ້ແກ່ກອບນິຕິກຳທີ່ຮອບດ້ານ, ເພື່ອແນໃສ່ຮັບປະກັນການພັດທະນາ ແລະ ການໝູນໃຊ້ AI ຢ່າງມີຄວາມຮັບຜິດຊອບ ແລະ ປອດໄພ.