ອາການພະຍາດໄຂ້ຍຸງລາຍ ບໍ່ມີອາການເຕືອນ ຄົນເຈັບມີໄຂ້ສູງ ບວກກັບ ຢ່າງໜອຍ 2 ອາການ ມີດັ່ງນີ້: ເຈັບຫົວ, ປວດເບົ້າຕາ, ປວດຕົນໂຕ, ບໍ່ຢາກ ອາຫານ, ປວດຮາກ ຫລື ຮາກ ແລະ ມີຜື່ນຕາມຕົນໂຕ.

ສໍາລັບຄົນເຈັບ ມີໜຶ່ງ ຫລື ຫລາຍອາການເຕືອນ ມີອາການດັ່ງນີ້: ເຈັບທ້ອງແຮງ ຫລື ທ້ອງເບັງ. ຮາກຕະຫລອດ. ເລືອດອອກຕາມດັງ, ເຟນແຂ້ວ ຫລື ເຍື້ອເມືອກຕາ. ອິດເມື່ອຍແຮງ ແລະ ກະວົນກະວາຍ.

ສໍາລັບຄົນເຈັບທີ່ມີຄວາມສ່ຽງ ມີ ແມ່ຍິງຖືພາ. ເດັກອາຍຸຕໍ່າກວ່າ 1 ປີ. ຜູ້ເຖົ້າ. ຜູ້ມີພະຍາດປະຈໍາຕົວ ເຊັ່ນ: ເບົາຫວານ, ພະຍາດຫົວໃຈ, ໄຂ່ຫລັງຊຸດໂຊມ ແລະ ພະຍາດເລືອດ Thalassemia…ແລະ ຄົນຕຸ້ຍ.

ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ

LEAVE A REPLY

Please enter your comment!
Please enter your name here