ຕາມ​ຂ່າວ​ຈາກ VOVWORLD, ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ສູ້​ຊົນ ​ວົງ​ເງິນ​ ການ​ຄ້າ​ ຮ່ວມ​ກັນ ​ໃຫ້​ບັນລຸ 15ຕື້​ໂດ​ລາ ​ສະຫະລັດ ພາຍ​ໃນ​ປີ2028, ສືບ​ຕໍ່ ຍູ້ແຮງ ການຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການ ເຊື່ອມຕໍ່ ແລະ ພົວພັນ ແລກປ່ຽນ ປະຊາຊົນ ທັງ​ສອງ​ປະ​ເທດ ພາຍຫລັງ ທ່ານ ບຸຍແທັງເຊີນ, ລັດຖະມົນຕີ ກະຊວງ ການຕ່າງ ປະເທດ ຫວຽດນາມ ​ໄດ້ພົບປະກັບ ທ່ານ ​ໂຈ​ໂກ ວີ​ໂດ​ໂດ(Joko Widodo),ປະທານາ ທິບໍດີ ອິນ​ໂດ​ເນ​ເຊຍ ​ໃນວັນ​ທີ20​ ກໍລະກົດ​ນີ້ ຢູ່​ນະຄອນຫລວງ​ ຈາ​ກາ​ຕາ ​ໂດຍ​ທັງ​ສອງ​ຝ່າຍ ​ໄດ້​ລົງ​ນາມ​ ບົດ​ບັນທຶກ​ ຊ່ວຍ​ຈຳ ກ່ຽວ​ກັບ ການ​ຮ່ວມ​ມື ​ການ​ຄ້າ ​ໃນ​ຂົງ​ເຂດ​ ເຂົ້າສານ ​ໃນ​ໄລຍະ 4ປີ​ຕໍ່ໜ້າ ​ແລະ ສືບ​ຕໍ່ ​ເພີ່ມ​ການ​ຮ່ວມ​ມື ​ໃນ​ຫລາຍ​ຂົງເຂດ​ຕະຫລອດ ​ໄລຍະ​ ທີ່​ຜ່ານ​ມາ ​ໃຫ້​ປະສົບ ​ຜົນສຳ​ເລັດ​ ຫລາຍ​ຂຶ້ນ​ ກວ່າ​ເກົ່າ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

LEAVE A REPLY

Please enter your comment!
Please enter your name here