ມວນອາກາດໜາວເຢັນທີີ່ປະເທດຈີນ ຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົົ່ວ ທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບ ກະແສລົມຕາເວັນອອກສ່ຽງເໜືອທີີ່ມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດ ໃຫ້ອາກາດຈະເຢັນ ຫາ ໜາວເຢັນລົງ ພ້ອມມີລົມພັດແຮງູຢູ່ທົົ່ວໄປໃນ ແຕ່ລະພາກ ແລະ ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍຍູ່ເຂດພູສູງ, ພູດອຍ ແລະ ຮ່ອມພູໃນບັນດາແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົົ່ວໄປໃນຕອນເຊົົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິີ່ນ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົົ່າ, ອົງການປົກຄອງ ທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົົ່ງມີສະຕິກຽມພ້ອມ ຮັບມືກັບສະພາບອາກາດໜາວເຢັນ ຫາ ໜາວເຢັນຫລາຍ ແລະ ມີລົມພັດແຮງ ໂດຍສະເພາະຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງພາກເໜືອ, ແຂວງໄຊສົມບູນ, ພາກກາງ ແລະ ເຂດພູພຽງບໍລະເວນ ໃນໄລຍະ ວັນທີ 08 ຫາ 11 ກຸມພາ 2025. ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ຂໍໃຫ້ຮັກສາສຸຂະພາບນຸ່ງຫົົ່ມ ໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນ ອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈໍາ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 08/02/2025 ຫາ ເວລາ 07 ໂມງ ຂອງວັນທີ 09/02/2025
ພາກເໜືອດ້ານຕາເວັນອອກ (ແຂວງຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມ ຢູ່ທົົ່ວໄປໃນຕອນເຊົົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງຢູ່ເກືອບທົົ່ວໄປ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນ ເທົົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 06-19 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ, ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງຢູ່ເກືອບທົົ່ວໄປ ຫລື ເນື້ອທີີ່ການປົກຫຸ້ມຂອງ ຝົນເທົົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 09-30 ອົງສາ.
ນະຄອນຫລວງວຽງຈັນ: ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງ ປົກຫຸ້ມຢູ່ທົົ່ວໄປໃນຕອນເຊົົ້າ ແລະ ຈະມີລົມພັດແຮງຢູ່ເກືອບທົົ່ວໄປ. ອຸນຫະພູມໃນລະຫວ່າງ 15-29 ອົງສາ.
ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົົ່ວໄປ ໃນຕອນເຊົົ້າ ແລະ ຈະມີລົມພັດແຮງຢູ່ເກືອບທົົ່ວໄປ. ອຸນຫະພູມ ໃນລະຫວ່າງ 13-29 ອົງສາ.
ແຂວງໄຊສົມບນ: ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມ ຢູ່ທົົ່ວໄປໃນຕອນເຊົົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນ ເທົົ່າກັບ 10%. ອຸນຫະພູມໃນລະຫວ່າງ 08-25 ອົງສາ.
ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົົ່ວໄປ ໃນຕອນເຊົົ້າ ແລະ ຈະມີລົມພັດແຮງຢູ່ທົົ່ວໄປ. ອຸນຫະພູມໃນລະຫວ່າງ 14-32 ອົງສາ.
ສໍາລັບ ເຂດພູພຽງບໍລະເວນ: ອາກາດໜາວເຢັນ ຫາ ໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົົ້າ ແລະ ຈະມີລົມພັດແຮງຢູ່ທົົ່ວໄປ. ອຸນຫະພູມໃນລະຫວ່າງ 06-25 ອົງສາ.