ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 5 ກຸມພານີ້, ຢູ່ຫໍສະພາ ປະຊາຊົນ ແຫ່ງຊາດ ທີ່ນະຄອນຫລວງ ປັກກິ່ງ, ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ເຈລະຈາກັບ ທ່ານ ຊາເດີ ນູໂກໂຈເອວິກ ຈາພາຣົຟ, ປະທານາທິບໍດີ ກຽກກິດສະຖານ ທີ່ເດີນທາງມາຢ້ຽມຢາມ ສປ ຈີນ ທາງລັດຖະກິດ. ໃນໂອກາດນີ້, ທ່ານ ສີ ຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: ໃນຊຸມປີມໍ່ໆມານີ້, ການພົວພັນ ລະຫວ່າງ ສປ ຈີນ-ກຽກກິດສະຖານ ໄດ້ມີການຂະຫຍາຍຕົວ ແບບກ້າວກະໂດດ, ໄດ້ບັນລຸເຖິງລະດັບໃໝ່ ແຫ່ງການພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານໃນຍຸກໃໝ່.

ສປ ຈີນ ຍິນດີລົງເລິກການເຊື່ອມຕໍ່ ດ້ານຍຸດທະສາດ ການພັດທະນາກັບ ກຽກກິດສະຖານ, ເປີດກວ້າງການແລກປ່ຽນ ບົດຮຽນດ້ານການປົກຄອງປະເທດ ແລະ ບໍລິຫານການເມືອງ, ຊຸກຍູ້ການຮ່ວມມື ແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ຢ່າງຮອບດ້ານ, ເຮັດແທ້ທຳຈິງ ຊຸກຍູ້ການສ້າງປະຊາຄົມ ຮ່ວມຊາຕາກຳ ສປ ຈີນ-ກຽກກິດສະຖານ ໃຫ້ດີກວ່າເກົ່າ.ຈາກນັ້ນ ທ່ານ ຈາພາຣົຟ ໄດ້ກ່າວວ່າ: ກຽກກິດສະຖານ ຍິນດີຖອນຖອດ ບົດຮຽນ ທີ່ມີຜົນສຳເລັດນຳ ສປ ຈີນ, ຮ່ວມກັບ ສປ ຈີນ ຊຸກຍູ້ການສ້າງປະຊາຄົມ ຮ່ວມຊາຕາກຳ ກຽກກິດສະຖານ-ສປ ຈີນ ໃຫ້ໄດ້ຮັບຜົນງານ ຫລາຍກວ່າເກົ່າ, ຮ່ວມກັນສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ ດ້ວຍຄຸນນະພາບສູງ, ສ້າງເສັ້ນທາງລົດໄຟຈີນ-ກຽກກິດສະຖານ-ອຸດສະເບກິດສະຖານໃຫ້ດີ, ຊຸກຍູ້ການຮ່ວມມື ໃນຂົງເຂດຕ່າງໆ ເຊັ່ນ: ອຸດສາຫະກຳ ການລົງທຶນ ແລະອື່ນໆອີກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ