ພັກ-ລັດຖະບານຍາມໃດກໍໄດ້ເອົາໃຈໃສ່ ປົກປ້ອງ, ສົ່ງເສີມສຸຂະພາບ ແລະ ພະລະນາໄມສົມບູນ ໃຫ້ທົ່ວປວງຊົນ. ວຽກງານດັ່ງກ່າວນີ້, ໄດ້ຮັບການປັບປຸງດີຂຶ້ນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ປະຊາຊົນໄດ້ຮັບຂໍ້ມູນຂ່າວສານໃນການຮັກສາສຸຂະພາບຢ່າງທົ່ວເຖິງ, ມີຄວາມຕື່ນຕົວໃນການຮັກສາສຸຂະພາບຕົນເອງ, ອັດຕາການຕາຍ ຂອງແມ່ ແລະ ເດັກຫຼຸດລົງ ພ້ອມດຽວກັນນັ້ນ ອາຍຸຍືນສະເລ່ຍກໍເພີ່ມຂຶ້ນ. ສະແດງອອກໃຫ້ເຫັນຂອງຈໍານວນບ້ານທີ່ໄດ້ຮັບຂໍ້ມູນຂ່າວສານກ່ຽວກັບການຮັກສາສຸຂະພາບແມ່ ແລະ ເດັກ, ໂພຊະນາການ, ຂ່າວສານ ກ່ຽວກັບການກັນພະຍາດ ແລະ ສົ່ງເສີມສຸຂະພາບ ເພີ່ມຂຶ້ນຈາກ 75% ໃນປີ 2015 ເປັນ 100% ໃນປີ 2020, ບ້ານສາທາລະນະສຸກແບບຢ່າງ ເພີ່ມຂຶ້ນຈາກ 70% ໃນປີ 2016 ເປັນ 92% ໃນປີ 2020, ອັດຕາ ປົກຄຸມການປະກັນສຸຂະພາບແຫ່ງຊາດ ໃນປີ 2016 ກວມ 94% ມາຮອດປັດຈຸບັນ, ກວມ 94.5% (ຄາດໝາຍໃຫ້ກວມໄດ້ 94.5% ໃນປີ 2025) ເຫັນວ່າບັນລຸຕາມຄາດໝາຍທີ່ວາງໄວ້; ອາຍຸຍືນສະເລ່ຍເພີ່ມຂຶ້ນຈາກ 67.1 ປີ ໃນປີ 2016 ເປັນ 68 ປີ ໃນປີ 2023 (ຄາດໝາຍໃນປີ 2025 ແມ່ນ 73 ປີ).

ຂໍ້ມູນ 9 ເດືອນປີ 2024 ສະແດງໃຫ້ເຫັນວ່າ: ອັດຕາການຕາຍຂອງແມ່ ແມ່ນ 36.24/100,000, ເດັກເກີດມີຊີວິດ (ຄາດໝາຍໃຫ້ຫຼຸດລົງເຫຼືອ 120/100,000 ຄົນ), ອັດຕາການຕາຍຂອງເດັກລຸ່ມ 5 ປີ ແມ່ນ 7.81/1,000 ເດັກເກີດມີຊີວິດ (ຄາດໝາຍໃຫ້ຫຼຸດລົງເຫຼືອ 32/1.000 ຄົນ), ອັດຕາການຕາຍຂອງເດັກລຸ່ມ 1 ປີ ແມ່ນ 6,77/1,000 ເດັກເກີດມີຊີວິດ (ຄາດໝາຍໃນປີ 2024 ແມ່ນໃຫ້ຫຼຸດລົງເຫຼືອ 22/1,000 ຄົນ) ຊຶ່ງເຫັນວ່າສາມາດບັນລຸຄາດໝາຍທີ່ວາງໄວ້ໄດ້; ຖ້າທຽບໃສ່ປີ 2016 ເຫັນວ່າຕົວຊີ້ວັດເຫຼົ່ານີ້ມີອັດຕາຫຼຸດລົງ; ປັດຈຸບັນ ອັດຕາສ່ວນຂອງເດັກອາຍຸຕໍ່າກວ່າ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານແມ່ນ 24.3% ທຽບໃສ່ປີ 2016 ຫຼຸດລົງ 3.3% (ຄາດໝາຍ 16%) ແລະ ເດັກທີ່ມີລວງສູງຕໍ່າກວ່າມາດຕະຖານ ແມ່ນ 32.8% ທຽບໃສ່ປີ 2016 ຫຼຸດລົງ 0.2% (ຄາດໝາຍ 28%); ສົ່ງເສີມປວງຊົນທຸກເພດ, ທຸກໄວໃນສັງຄົນໃຫ້ຕື່ນຕົວໃນການຮັກສາສຸຂະພາບຕົນເອງ ດ້ວຍການອອກກໍາລັງກາຍ ແລະ ການຫຼິ້ນກິລາ ຢ່າງເປັນປົກກະຕິໄດ້ 30% ຂອງປະຊາກອນ ໃນປີ 2020 ແລະ ໄດ້ເພີ່ມຂຶ້ນເປັນ 46.06% ໃນປີ 2023; ອັດຕາສ່ວນຂອງຜູ້ໃຫຍ່ເພດຊາຍອາຍຸ 15 ປີຂຶ້ນໄປ ທີ່ສູບຢາ ຫຼຸດລົງ 36.8 % (LSIS III-2023) ຖ້າທຽບ % ໃສ່ການສໍາຫຼວດຜ່ານມາ 43.5% (LSIS II-2017).