Wednesday, February 26, 2025
Homeຂ່າວໜ້າໜຶ່ງປະທານສະພາສູງ ແຫ່ງຣາຊະອານາຈັກກໍາປູເຈຍ ເດີນທາງເຖິງ ນວ

ປະທານສະພາສູງ ແຫ່ງຣາຊະອານາຈັກກໍາປູເຈຍ ເດີນທາງເຖິງ ນວ

ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງ ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ (ນວ) ໃນຕອນເຊົ້າວັນທີ 6 ກຸມພາ ນີ້, ໂດຍມີ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ປະທານສະມາຄົມມິດຕະພາບລາວ-ກຳປູເຈຍ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.

ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເພື່ອຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຊຶ່ງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ພ້ອມດ້ວຍຄະນະ ຈະດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 6-7 ກຸມພາ 2025 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ ແລະ ກຳປູເຈຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments