ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ V ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຊຽງຂວາງເກມ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ແຂວງຊຽງຂວາງ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ທັງເປັນປະທານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ແລະ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຮ່ວມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI, ມີຄະນະຮັບຜິດຊອບລະດັບຊາດຂັ້ນສູນກາງ ແລະ ທ້ອງຖິ່ນ, ຄະນະຮັບຜິດຊອບລະດັບຊາດ ຊຸດເກົ່າ, ຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າກໍາມະການ, ວິຊາການແຕ່ລະພາກສ່ວນ ເຂົ້າຮ່ວມ.

ໃນພິທີ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມແມ່ນໄດ້ຮັບຟັງການລາຍງານຂອງບັນດາກໍາມະການຝ່າຍຕ່າງໆ ເຊັ່ນ: ວຽກງານກອງເລຂາ, ກໍາມະການຝ່າຍເຕັກນິກ-ຈັດການແຂ່ງຂັນ, ກໍາມະການເປີດ- ປິດ, ກໍາມະການເສດຖະກິິດ-ລະດົມທຶນ, ກໍາມະການສະຖານທີ່ພັກ-ອາຫານ, ກໍາມະການ ການແພດ-ສຸຂະພາບ ແລະ ລາຍງານການກະກຽມການຈັດງານແຂ່ງຂັນກິລາຄົນພິການທົ່ວປະເທດ ຄັ້ງທີ III ທີ່ແຂວງຊຽງຂວາງ ເປັນເຈົ້າພາບ, ລາຍງານການຈັດຕັ້ງປະຕິບັດການກະກຽມຄວາມພ້ອມໃນການຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI.

ກອງປະຊຸມມີຄວາມເປັນເອກະພາບມີມະຕິ ດັ່ງນີ້: ເຫັນດີເປັນເອກະພາບ ປັບປຸງກໍານົດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ມື້ເປີດແມ່ນເຫັນດີ ວັນທີ 13 ທັນວາ 2022 ແລະ ມື້ປິດແມ່ນວັນທີ 22 ທັນວາ 2022; ເຫັນດີຮ່າງໜັງສືສະເໜີຈາກແຂວງເຈົ້າພາບຊຽງຂວາງ ແລະ ກະຊວງສຶກສາທິການ ແລະ ກິລາ ເພື່ອລາຍງານຂໍອະນຸມັດ ນໍາຫ້ອງວ່າການສໍານັກງານນາຍົກລັດ

ຖະມົນຕີ ໃຫ້ສໍາເລັດພາຍໃນທ້າຍເດືອນກໍລະກົດ 2022; ກໍານົດລະບອບແບບແຜນວິທີເຮັດວຽກ, ກົນໄກການປະສານງານ ໂດຍສົມທົບກັບກຳມະການຝ່າຍຕ່າງໆ ກໍານົດແຜນການ, ກໍານົດໜ້າວຽກໃຫ້ລະອຽດຈະແຈ້ງ, ກໍານົດຜູ້ປະຈໍາການກອງເລຂາ ເພື່ອສາມາດປະສານງານໃຫ້ມີຄວາມວ່ອງໄວທັນການ; ໃຫ້ແຂວງເຈົ້າພາບຮີບຮ້ອນປັບປຸງຂໍ້ຕົກລົງແຕ່ງຕັ້ງບັນດາກໍາມະການ ແລະ ອະນຸກໍາມະການຝ່າຍຕ່າງໆ ໃຫ້ສອດຄ່ອງກັບໜ້າວຽກຕົວຈິງ, ຕາມງົບປະມານຕົວຈິງ ແລະ ຕາມທິດປະຢັດຂອງລັດຖະບານ; ເຫັນດີຕາມການລາຍງານຂອງຫົວໜ້າກໍາມະການເຕັກນິກ-ຈັດການແຂ່ງຂັນ ຮູບແບບການຈັດການແຂ່ງຂັນກິລາ ກໍານົດເປັນ 5 ໝວດປະເພດກິລາ, ແບ່ງການແຂ່ງຂັນເປັນແຕ່ລະໄລຍະ ເລີ່ມແຕ່ວັນທີ 8-15 ພະຈິກ 2022, ວັນທີ 17-21 ພະຈິກ 2022, ວັນທີ 23–28 ພະຈິກ 2022, ວັນທີ 30 ພະຈິກ ຫາ 10 ທັນວາ 2022 ແລະ ວັນທີ 9-22 ທັນວາ 2022; ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ໃນເມື່ອກ່ອນ ໄດ້ກໍານົດການຈັດການແຂ່ງຂັນກິລາ ຈໍານວນ 28 ປະເພດ ແລະ ໄດ້ຕັດອອກ 3 ປະເພດ ຄື: ກິລາເຮືອຊ່ວງ, ກິລາບີລຽດ-ສະນຸກເກີ, ກິລາໂບລິ້ງ ແລະ ໄດ້ກໍານົດການແຂ່ງຂັນ 25 ປະເພດກິລາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI.

ສ່ວນລາຍການສະແດງພິທີເປີດ ແລະ ພິທີປິດ ແມ່ນໃຫ້ປັບປຸງຕາມທິດກະທັດຮັດ ເໝາະສົມກັບສະພາບຄວາມເປັນຈິງ ໂດຍມີການຕັດຮອນບາງລາຍການສະແດງ ແລະ ຈໍານວນພົນໃຫ້ໜ້ອຍລົງ ໂດຍນໍາໃຊ້ສິລະປະພື້ນເມືອງ ທີ່ມີທ່າແຮງໃນທ້ອງຖິ່ນ ພາຍໃນແຂວງ ແລະ ການສະແດງມືອາຊີບ ແຕ່ໃຫ້ຮັກສາໄດ້ຈິດໃຈເນື້ອໃນຂອງ ຊຽງຂວາງເກມ, ອະນຸກໍາມະການສວນສະໜາມ ໃຫ້ຄົ້ນຄວ້າປັບປຸງຮູບແບບ ພິທີຂໍໄຟສັກສິດ ແລະ ຮູບແບບພິທີຈຸດທວນໄຟໃນພິທີເປີດງານຄືນໃໝ່; ຄະນະຮັບຜິດຊອບຕິດຕາມການກໍ່ສ້າງ ແລະ ສ້ອມແປງ, ຮີບຮ້ອນສົມທົບກັບກໍາມະການເຕັກນິກ-ຈັດການແຂ່ງຂັນ ຮີບຮ້ອນລົງກວດກາສະໜາມແຂ່ງຂັນ, ສະໜາມຝຶກຊ້ອມ, ສະຖານທີ່ພັກຂອງຄູຝຶກ, ນັກກິລາຂອງບັນດາແຂວງ, ນະຄອນຫຼວງ, ກະຊວງຕ່າງໆ ທີ່ຈະມາເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ໃຫ້ສໍາເລັດພາຍໃນເດືອນສິງຫາ 2022; ມອບໃຫ້ກໍາມະການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ປັບປຸງແຜນຕາມສະພາບການຕົວຈິງ ເພື່ອຮັບປະກັນຄວາມສະຫງົບປອດໄພ ໃຫ້ໄດ້ 100%; ກໍາມະການການແພດ ແລະ ສຸຂະພາບ ຕ້ອງວາງແຜນດ້ານອຸປະກອນການແພດ, ຢາ, ພາຫະນະຮັບໃຊ້ຄົນເຈັບໃຫ້ພຽງພໍ ແລະ ທັນການ ພ້ອມທັງວາງມາດຕະການຕອບໂຕ້ພະຍາດ ໂຄວິດ-19 ຢ່າງເຂັ້ມງວດ.

ການຈັດງານແຂ່ງຂັນກິລາຄົນພິການທົ່ວປະເທດ ຄັ້ງທີ III ທີ່ແຂວງຊຽງຂວາງ ເປັນເຈົ້າພາບແມ່ນເຫັນດີຕາມການສະເໜີຂອງກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຊຶ່ງຈະໄດ້ຈັດການແຂ່ງຂັນກິລາ 7 ປະເພດ, ໄລຍະການແຂ່ງຂັນ ແລະ ມື້ເປີດ-ປິດ ລະຫວ່າງວັນທີ 14-18 ມີນາ 2023, ສໍາລັບພິທີເປີດ-ປິດ ແມ່ນກໍານົດວັນເວລາດຽວກັນ.

(ຂ່າວ: ລູກນໍ້າເຊ ອິນທະດາລິນ)

LEAVE A REPLY

Please enter your comment!
Please enter your name here